ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023
ໃນຕອນເຊົ້າຂອງວັນພຸດ, ວັນທີ 29 ມັງກອນ 2025 ຜ່ານມານີ້ ໜ່ວຍພັກຄະນະໂຄສະນາອົບຮົມນະຄອນ-ຫຼວງພະບາງ ໄດ້ຈັດພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023, ໂດຍການເປັນປະທານຂອງສະຫາຍ ວີ ເຮີເຊຍໄມ ຄະນະປະຈໍາພັກນະຄອນ, ປະທານອົງການກວດການພັກ-ລັດນະຄອນຫຼວງພະບາງ, ເຊິ່ງໄດ້ເຊື້ອເຊີນບັນດາແຂກເຂົ້າຮ່ວມໂດຍມີບັນດາສະຫາຍກໍາມະການພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກໜ່ວຍອ້ອມຂ້າງ ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ, ລວມຈໍານວນພົນເຂົ້າຮ່ວມທັງໝົດ 33 ສະຫາຍ, ຍິງ 12 ສະຫາຍ. ໃນພິທີພວມດໍາເນີນວາລະກອງປະຊຸມ ສະຫາຍ ສະດາລາຍ ພູມີ ຮອງເລຂາໜ່ວຍພັກ, ຄະນະກວດການປະຈໍາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມນະຄອນ ໄດ້ຂື້ນຜ່ານບົດປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ແລະ ພາກທິດທາງແຜນການ, ຄາດໝາຍສູ້ົນປະຈໍາປີ 2024, ພ້ອມດຽວກັນນັ້ນ ສະຫານຫຸມແພງຕະວັະຄໍາມະນີ ກໍາມະການພັກ, ເລຂາໜ່ວຍພັກຄະນະຈັດຕັ້ງນະຄອນ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກນະຄອນວ່າດ້ວຍການມອບຮັບໜ່ວຍພັກປອດໃສ, ເຂັ້ມແຂງ, ໜັ ກແໜ້ນ ປະຈໍາປີ 2023 ແລະ ມະຕິຕົກລົງວ່າດ້ວຍການອານຸມັດຮັບເອົາສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວທີ່ຄົບມາດຖານເງື່ອນໄຂໄດ້ຮັບບັດໃນຮອບທີ 10 ຊຸດທີ 01 ປີ 2024 ເຊິ່ງມີ 2 ສະຫາຍທີ່ຄົບເງື່ອນໄຂໄດ້ຮັບບັດຄື: ສະຫາຍ ແສງແກ້ວ ສຸກແສງເພັດ ແລະ ສະຫາຍ ນາງ ດັດສະນີ ພິລາວັນ, ໃຫ້ກຽດຂື້ນຮັບໃບຢັ້ງຢືນນາມມະຍົດໂດຍ ສະຫາຍ ນາງ ສຸທາ ທອງສະມຸດ ກໍາມະການພັກ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມນະຄອນ ແລະ ເປັນກຽດຂື້ນມອບໂດຍ ສະຫາຍ ວີ ເຮີເຊຍໄມ ຄະນະປະຈໍາພັກນະຄອນ, ປະທານອົງການກວດການພັດ-ລັດນະຄອນຫຼວງພະບາງ ປະທານພິທີ ຢ່າງເປັນທາງການ.
ໃນພິທີທີ່ມີຄວາມໝາຍສໍາຄັນ ທີ່ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ສະຫາຍ ວີ ເຮີເຊຍໄມ ຄະນະປະຈໍາພັກນະຄອນ, ປະທານອົງການກວດການພັກ-ລັດນະຄອນຫຼວງພະບາງ ປະທານພິທີໄດ້ໃຫ້ຄໍາເຫັນໂອ້ລົມທີ່ເຕັມໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ຄວາມເປັນຫ່ວງເປັນໃຍ, ສະຫາຍໄດ້ໃຫ້ທັດສະນະທິດຊີ້ນໍາແນວທາງໃນການການຈັດຕັ້ງປະຕິບັດບັນດາໜ້າວຽກ ແລະ ໃຫ້ຄໍາຍ້ອງຍໍຊົມເຊີຍຕໍ່ໜ້າວຽກທີ່ເປັນຜົນງານອັນພົ້ນເດັ່ນທີ່ເຮັດໄດ້ສໍາເລັດຜົນໃນໄລຍະ 1 ປີຜ່ານມາ ສະຫາຍຍັງໄດ້ຮຽກຮ້ອງດ້ວຍຄວາມເປັນຫ່ວງເປັນໃຍມາຍັງ ສະຫາຍເລຂາພ້ອມດ້ວຍຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກ-ພະນັກງານພາຍໃນໜ່ວຍພັກທຸກສະຫາຍຈົ່ງພ້ອມກັນຮັກສາມູນເຊື້ອຜົນສໍາເລັດອັນສະຫງ່າງາມນີ້ໄວ້ໃຫ້ໝັນຄົງຕະຫຼອດໄປ, ພ້ອມດຽວກັນນັ້ນ, ສະຫາຍຍັງໄດ້ໃຫ້ຄໍາເຫັນ, ທິດຊີ້ນໍາ ແລະ ແນວທາງໃນການແກ້ໄຂປະຕິບັນຕໍ່ບັນດາໜ້າວຽກ ແລະ ສະມາຊິກພັກທີ່ຍັງເປັນຈຸດອ່ອນ ທີ່ຍັງເຮັດບໍ່ສໍາເລັດໄດ້ເທົ່າທີ່ຄວນເພື່ອສືບຕໍ່ປັບປຸງ, ແກ້ໄຂໃນຕໍ່ໜ້າຢ່າງສົມເຫດ ແລະຜົນ.
ເພື່ອເຮັດໃຫ້ຄໍາເຫັນໂອ້ລົມ, ຕັກເຕືອນຂອງສະຫາຍປະທານທີ່ເຕັມໄປດ້ວຍຄວາມໝາຍສໍາຄັນ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກຜົນນັ້ນ ສະຫາຍ ນາງ ສຸທາ ທອງສະມຸດ ກໍາມະການພັກ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມນະຄອນ ກໍ່ໄດ້ໃຫ້ກຽດຕາງໜ້າຄະນະໜ່ວຍພັກ, ສະມາຊິກພັກຂື້ນກ່າວຮັບເອົາຄໍາເຫັນໂອ້ລົມທີ່ເປັນເຂັມຊີ້ທິດເຍືອງທາງ ທີ່ເຕັມໄປດ້ວຍຄວາມອົບອຸ່ນເປັນຫວງເປັນໃຍຂອງສະຫາຍຢ່າງສຸດໃຈ ແລະ ໄດ້ໃຫ້ຄໍາໝັ້ນສັນຍາຕໍ່ພິທີວ່າ: ຈະຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງພ້ອມກັບການສຸມສະຕິປັນຍາໃນການສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກໃນຂອບເຂດຕົນຮັບຜິດຊອບໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ແລະ ກົດໝາຍຂອງລັດໃຫ້ທົ່ວເຖິ່ງ ແລະ ໃຫ້ໜັກແໜ້ນ, ມີຄວາມສະມັກຄີປອງດອງໃຫ້ແໜ້ນແຟ້ນ, ຊ່ວຍເຫຼືອຮັກແພງເຊິ່ງກັນ ແລະ ກັນໃນການປະຕິບັດໜ້າທີ່ວຽກງານໃຫ້ສໍາເລັດຜົນສູງ ພ້ອມທັງຮັກສາມູນເຊື່ອໜ່ວຍພັກໃຫ້ໄດ້ຮັບນາມມະຍົດເປັນໜ່ວຍປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕະຫຼອດໄປ.