ເປີດຊຸດຝຶກອົບຮົມໃຫ້ສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2025

ເປີດຊຸດຝຶກອົບຮົມໃຫ້ສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2025

ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີມາກ-ເລນິນ, ຄວາມຮູ້ທາງດ້ານຄຸນສົມບັດສິນທໍາປະຕິວັດ ໃຫ້ສະ ມາຊິກພັກໃໝ່ໄດ້ເຂົ້າໃຈຢ່າງເລິກເຊິ່ງ, ໃນວັນທີ 29 ເມສາ 2025 ນີ້ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດຝຶກອົບຮົມໃຫ້ສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2025, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ສົມຈິດ ສິງລໍຄຳ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີສະມາຊິກພັກໃໝ່ມາຈາກວິທະຍາໄລກະສິກຳ-ປ່າໄມ້ປະຈຳພາກເໜືອ ແຂວງຫຼວງພະບາງ, ຊາວໜຸ່ມແຂວງ, ພະແນກແຜນການ ແລະ ການລົງທຶນ, ສະຫະ ພັນແມ່ຍິງແຂວງ ແລະ ສະມາຊິກພັກໃໝ່ຈາກແນວລາວສ້າງຊາດແຂວງ, ມີຈຳນວນພົນທັງໝົດ 21 ສະຫາຍ, ຍິງ 5 ສະຫາຍ.

ໃນພິທີຄັ້ງນີ້, ປະທານໄດ້ກ່າວຍ້ອງຍໍຊົມເຊີຍສະມາຊິກພັກທຸກສະຫາຍ ແລະ ຍິນດີຕ້ອນຮັບເຂົ້າສູ່ການຍົກລະ ດັບຄວາມຮູ້ທາງດ້າານການເມືອງ-ແນວຄິດ, ຄຸນສົມບັດສິນທຳປະຕິວັດ ເພື່ອກ້າວເຂົ້າສູ່ການເປັນພະນັກງານຫຼັກແຫຼ່ງ, ພະນັກງານສຶບທອດປ່ຽນແທນ ທີ່ມີຄຸນນະພາບໃນອານາຄົດ ຕາມແຜນຍຸດທະສາດການພັດທະນາບຸກຄະລາກອນ, ດັ່ງຄຳຂວັນປະທານໄກສອນ ພົມວະຫານ ໄດ້ກ່າວໄວ້ວ່າ ປະເທດຊາດຈະບໍ່ມອບມູນມໍລະດົກອັນລ້ຳຄ່າໃຫ້ຜູ້ທີ່ບໍ່ມີຄວາມຮູ້ຄວາມສາມາດ ບົດຮຽນຝຶກອົບຮົມໃນຄັ້ງນີ້ ປະກອບມີ 4 ບົດຄື: ເສີມຂະຫຍາຍມູນເຊື້ອຂອງພັກ, ຍົກສູງຄວາມສາມາດນຳພາຂອງພັກ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ. ແຕ່ລະບົດລ້ວນແຕ່ເປັນບົດທີ່ມີຄວາມໝາຍຄວາມສຳຄັນຕໍ່ກັບການປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ການດຳລົງຊີວິດປະຈຳວັນ. ເພື່ອໃຫ້ບັນລຸຕາມແຜນທີ່ວາງໄວ້, ຮຽກຮ້ອງໃຫ້ນັກສຳມະນາກອນຍົກສູງຄວາມຮັບຜິດ ຊອບໃນການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບໃນການຝຶກອົບຮົມຢ່າງເຄັ່ງຄັດ, ເອົາໃຈໃສ່ຕິດຕາມການສິດສອນຂອງຄູ-ອາຈານແຕ່ລະບົດຮຽນ, ເພື່ອນນຳຄວາມຮູ້, ຄວາມສາມາດ ໄປພັດທະນາຕົນເອງໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ໄປຕາມແນວທາງຂອງພັກ ແລະ ມີຜົນສຳເລັດ.

ພາບ-ຂ່າວ : ສົມລີ ສຸທິເດດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa