ປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນກາງ
ຕອນເຊົ້າຂອງວັນທີ 29 ເມສາ 2025 ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ ຫຼວງພະບາງໄດ້ມີພິທີປິດຊຸດຮຽນ ທິດສະດີການເມືອງ ແລະ ການປົກຄອງຂັ້ນກາງ ຮຸ່ນທີ IV ຂອງແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ວຽນວິໄລ ດີລະພັນ, ຄະນະປະ ຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແລະ ທ່ານ ປອ ດາວສະຫວັນ ເຄືອມະນີ, ຄະນະປະຈຳພັກ, ຮອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະອຳນວຍການ, ຄູ-ອາຈານ, ຂະແໜງການທີ່ກ່ຽວຂ້ອງຕະ ຫຼອດຮອດນັກສືກສາເຂົ້າຮ່ວມ.
ທ່ານ ປອ ຄໍຳເພັດ ແສງສຸລັດຕະນະ ຮອງເລຂາໜ່ວຍພັກ, ຮອງອໍານວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງຫຼວງພະບາງ ໄດ້ຂື້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດການຮຽນ-ການສອນ ຕາມຫຼັກສູດ ຂັ້ນກາງ 6 ເດືອນ, ຈຳນວນນັກສຶກສາເຂົ້າຮ່ວມຊຸດນີ້ມີທັງໝົດ 51 ສະ ຫາຍ ຍິງ 6 ສະຫາຍ. ເຊິ່ງໄດ້ເລີ່ມເປີດຮຽນແຕ່ຕົ້ນເດືອນ ຕຸລາ 2024 ມາຮອດ ເດືອນ ເມສາ 2025 ການຮຽນການສອນໄດ້ສຳເລັດຕາມໂຄງການຫຼັກສູດຂັ້ນກາງ.
ໂອກາດນີ້ທ່ານປະທານໄດ້ມອບໃບຢັ້ງຢືນໃຫ້ນັກສຶກສາທິດສະດີການເມືອງ ແລະ ການປົກຄອງ ລະບົບ 6 ເດືອນ ຂັ້ນກາງ ຮຸ່ນທີ IV ພ້ອມທັງໃຫ້ການໂອລົມ ເພື່ອຊີ້ທິດເຍືອງທາງໃຫ້ຜູ້ສໍຳເລັດການສຶກສາຄັ້ງນີ້ ໃຫ້ພ້ອມກັນນຳເອົາບົດຮຽນດັ່ງກ່າວນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານໃຫ້ປະກົດຜົນເປັນຈິງ.
ຂ່າວ: ທ. ໄຊຍະສອນ ສິງລໍຄຳ, ຄະນະໂຄສະນາອົບຮົມແຂວງ.