ຍົກລະດັບການຮັກສາພະຍາດເສັ້ນເລືອດສະໝອງໃຫ້ແພດໝໍ ຢູ່ 2 ແຂວງ

ຍົກລະດັບການຮັກສາພະຍາດເສັ້ນເລືອດສະໝອງໃຫ້ແພດໝໍ ຢູ່ 2 ແຂວງ

ໃນວັນທີ 6 ພຶດສະພາ 2025 ຜ່ານມານີ້ ທີ່ໂຮງໝໍແຂວງຫຼວງພະບາງ ໄດ້ຈັດການຝຶກອົບຮົມກ່ຽວກັບການດູແລຮັກສາພະຍາດເສັ້ນເລືອດສະໝອງ (Stroke) ໃຫ້ແພດໝໍຢູ່ແຂວງຫຼວງພະບາງ ແລະ ແຂວງໄຊຍະບູລີ, ໂດຍເປັນປະທານຮ່ວມຂອງທ່ານ ດຣ ຄຳສອນ ພົງສະຫວັດດີ ກຳມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງພະບາງ, ທ່ານ ດຣ ເກດມະນີ ເພັດສີລິແສງ ຊ່ຽວ ຊານພະຍາດລະບົບປະສາດ ແລະ ສະໝອງ ຮອງອຳນວຍການໂຮງໝໍມິດຕະພາບ 150 ຕຽງ, ທ່ານ ດຣ ພູວານາ ອະນຸລັກຄຳ ອຳນວຍການໂຮງໝໍ ແຂວງຫຼວງພະບາງ ພ້ອມດ້ວຍທີມງານຊ່ຽວຊານ ດ້ານລະບົບປະສາດ ຈາກປະເທດຝຣັ່ງ ແລະ ໂຮງໝໍມິດຕະພາບ 150 ຕຽງ.

ໂອກາດນີ້, ທ່ານ ດຣ ພູວານາ ອະນຸລັກຄຳ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ຖືວ່າເປັນໂອກາດດີ ໃຫ້ກັບພະນັກງານ ແພດ-ໝໍ ເຊິ່ງຈະໄດ້ຊ່ວຍປິ່ນປົວໃຫ້ຄົນເຈັບ ທີ່ເປັນພະຍາດທາງລະບົບປະສາດ ບໍ່ໃຫ້ເປັນພິການ ແລະ ເສຍຊີວິດ ຂອງຄົນເຈັບໄດ້ທັນການ, ປັດຈຸບັນພະຍາດທາງລະບົບປະສາດ ກຳ ລັງເກີດຂຶ້ນກັບປະຊາຊົນ ເປັນຈຳນວນຫຼາຍ ອັນເນື່ອງຈາກຫຼາຍສາເຫດ ໃນນັ້ນ ຕົ້ນຕໍແມ່ນຄວາມຊິນເຄີຍຕໍ່ການດຳລົງຊີວິດທີ່ມີຄວາມສ່ຽງ ເຊັ່ນ: ການກິນ-ດຶ່ມ ແລະ ອື່ນໆ.

ການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການດູແລຮັກສາສຸຂະພາບຄົນເຈັບ ທີ່ເປັນພະຍາດເສັ້ນເລືອດສະໝອງ (Stroke), ສາທິດ ແລະ ຝຶກປະຕິບັດການກວດກາປະເມີນຄວາມໜັກ-ເບົາ ຂອງອາການຄົນເຈັບ, ສາທິດ ແລະ ປະຕິບັດ ການກວດກາລະບົບປະສາດ 7 ຂັ້ນຕອນ, ເສັ້ນ ເລືອດສະໝອງອຸດຕັນຊົ່ວຄາວ, ເສັ້ນເລືອດສະໝອງຕີບ, ເສັ້ນເລືອດສະໝອງແຕກ, ການປິ່ນປົວເສັ້ນ ເລືອດສະໝອງແຕກ ແບບບໍ່ຜ່າຕັດ, ການປິ່ວປົວເສັ້ນເລືອດສະໝອງຕີບທົ່ວໄປ ແບບບໍ່ໃຊ້ຢາລະລາຍກ້ອນເລືອດ, ການພະຍາບານຄົນເຈັບ ທີ່ເປັນພະຍາດເສັ້ນເລືອດສະໝອງ ໂດຍໃຊ້ຢາລະລາຍກ້ອນເລືອດ, ການກະກຽມເຄື່ອນຍ້າຍຄົນເຈັບກ່ອນອອກໂຮງໝໍ, ວິທີປ້ອງກັນການເປັນພະຍາດເສັ້ນເລືອດໃນສະ ໝອງ (Stroke) ພາຍຫຼັງຮຽນທິດສະດີແລ້ວ ຈະໄດ້ລົງເຝິກປະຕິບັດຕົວຈິງ ຢູ່ໂຮງໝໍແຂວງຫຼວງພະບາງ ແລະ ສືບຕໍ່ທັດສະນະຢູ່ໂຮງໝໍມິດຕະພາບ 150 ຕຽງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa