ປິດອົບຮົມສະມາຊິກພັກໃໝ່ຊຸດທີ II ປີ 2025

ປິດອົບຮົມສະມາຊິກພັກໃໝ່ຊຸດທີ II ປີ 2025

ໃນວັນທີ 16 ພຶດສະພາ 2025 ນີ້ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປີດຊຸດຝຶກອົບຮົມ ໃຫ້ສະມາຊິກພັກໃໝ່ ຊຸດທີ II ປະຈໍາປີ 2025, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ເຂົ້າຮ່ວມມີຫົວໜ້າ-ຫົວໜ້າຂະແໜງ ແລະ ຄະນະຮັບຜິດຊອບພິທີອົບຮົມ, ສະມາຊິກພັກໃໝ່ມາຈາກຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ພະແນກການເງິນ ແລະ ໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 15 ສະຫາຍ.

ສະຫາຍ ນາງ ຈັນສຸກ ວິໄລພອນ ຫົວໜ້າຂະແໜງອົບຮົມ ໄດ້ຜ່ານບົດສະຫຼຸບຜົນສຳເລັດການຝຶກອົບຮົມໃນໄລຍະ 2 ວັນຜ່ານມາ   ແລະ ໄດ້ມອບ-ຮັບໃບຢັ້ງຢືນໃຫ້ນັກສຳມະນາກອນໄວ້ເປັນຫຼັກຖານ. ຫຼັງຈາກນັ້ນປະທານ ພິທີໄດ້ໃຫ້ກຽດໂອ້ລົມພ້ອມທັງເໜັ້ນໜັກກ່ຽວກັບສະພາບການຂອງໂລກ ແລະ ພາກພື້ນມີຄວາມສັບສົນ, ຜັນແປເຮັດໃຫ້ປະເທດລາວເຮົາໄດ້ຮັບຜົນກະທົບຫຼາຍດ້ານ ບໍ່ວ່າຈະເປັນໄພເງິນເຝີ້, ລາຄາສິນຄ້າແພງ ແລະ ອື່ນໆ ເຊິ່ງມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ການດຳລົງຊີວິດຂອງພະນັກງານສະມາຊິກພັກ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາ ເຜົ່າ. ສະນັ້ນສະມາຊິກພັກທຸກສະຫາຍຕ້ອງມີຫຼັກໝັ້ນຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອການນຳພາຂອງພັກ, ປະຕິບັດ 5 ຫຼັກການ 3 ທິດນຳ, ປະຕິບັດຫຼັກການລວມສູນປະຊາທິໄປະໄຕ ບົດຮຽນຝຶກອົບຮົມໃນຄັ້ງນີ້ປະກອບມີ 4 ບົດຮຽນຄື: ບົດເສີມຂະ ຫຍາຍມູນເຊື້ອຂອງພັກ, ຍົກສູງຄວາມສາມາດນໍາພາຂອງພັກ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ແລະ ບົດຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ. ແຕ່ລະບົດລ້ວນແຕ່ເປັນບົດທີ່ມີຄວາມໝາຍຄວາມສຳຄັນຕໍ່ກັບການປະຕິບັດ  ໜ້າທີ່ວຽກງານຕົວຈິງ ແລະ ການດຳລົງຊີວິດປະຈຳວັນ.

ຕອນທ້າຍປະທານໄດ້ເໜັ້ນໃຫ້ນັກສຳມະນາກອນນຳເອົາບົດຮຽນໄປສຶກສາຄົ້ນຄວ້າ, ຝຶກຝົນຫຼໍຫຼອມຕົນເອງ ກາຍເປັນພະນັກງານຫຼັກແຫຼ່ງ, ພະນັກງານນຳພາ-ຄຸ້ມຄອງ, ເປັນສະມາຊິກພັກທີ່ເປັນແບບຢ່າງຮອບດ້ານໃຫ້ແກ່ມະຫາ ຊົນ ແລະ ພ້ອມທັງຮ່ວມແຮງຮ່ວມໃຈກັນພັດທະນາແຂວງຫຼວງພະບາງໃຫ້ຈະເລີນຮຸ່ງເຮືອງຂື້ນເລື້ອຍໆ.

 

ພາບ-ຂ່າວ : ສົມລີ ສຸທິເດດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa