ເມືອງນໍ້າບາກຈັດພິທີປາຖະກະຖາ 2 ວັນປະຫວັດສາດ ແລະ ປະກາດການຈັດຕັ້ງ
ໃນຕອນເຂົ້າຂອງວັນທີ 27 ພຶດສະພາ 2025 ຜ່ານມານີ້ເມືອງນໍ້າບາກໄດ້ຈັດພິທີປາຖະກະຖາວັນຜ່າວົງປິດ ລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 66 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳສະໝອນ ເພັດ ດາລາ ຮອງເລຂາພັກເມືອງ ມີຄະນະປະຈຳ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ລັດວິສາຫະກິດ, ໂຮງຮຽນ, ໂຮງໝໍ, ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານອາວຸໂສບໍານານ ແລະ ນາຍບ້ານ 8 ບ້ານ ເທດສະບານເມືອງເຂົ້າຮ່ມ ມີຈໍານວນຜົນເຂົ້າຮ່ວມທັງໝົດ: 143 ທ່ານ, ຍິງ, 46 ທ່ານ.
ໃນພິທີປະທານໄດ້ໃຫ້ກຽດເລົ່າມູນເຊື້ອຂອງ 2 ວັນປະຫວັດສາດດັ່ງກ່າວໂດຍໃຫ້ຮູ້ເຖິ່ງຄວາມໝາຍຄວາມສໍາ ຄັນ ແລະ ປັດໄຈພື້ນຖານຂອງການຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ການເຄື່ອນໄຫວປະຕິວັດຂອງບັນດາຜູ້ ນຳພັກ ແລະ ແນວລາວຮັກຊາດ ທີ່ສາມາດໂຕນອອກຈາກຄຸກໂພນເຄັງໄປສູ້ເຂດທີ່ໝັ້ນປະຕິວັດໄດ້ຢ່າງປອດໄພ.
ປາຖະກະຖາເທື່ອນີ້ເພື່ອເປັນການໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃນທົ່ວສັງຄົມ ມີຄວາມຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນແບບຢ່າງອັນດີງາມ ຂອງຜູ້ນຳ, ມີນຳໃຈຮັກຊາດ ອັນສູງສົ່ງ ແລະ ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດ ໃນຂະບວນການຕໍ່ສູ້ປົດ ປ່ອຍຊາດໃນເມື່ອກ່ອນ, ມູນເຊື້ອອັນອົງອາດກ້າຫານຂອງກອງທັບ, ຂອງຜູ້ນໍາພັກ ແລະ ລັດ ໂດຍສະເພາະການນໍາ ພາຊີ້ນໍາອັນສະຫຼາດສ່ອງໃສ ຂອງພັກໃນການຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ວິລະກຳໂຕນຄຸກຢ່າງມະຫັດສະ ຈັນ ຂອງຜູ້ນຳພັກ ແລະ ແນວລາວຮັກຊາກ ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບ ຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງຂອງກອງທັບ ແລະ ປະຊາຊົນ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ ເຂົ້າໃນ ການພົວພັນ ຮ່ວມມືໃນໄລຍະໃໝໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ເສີມຂະຫຍາຍມູນເຊື້ອນໍາໃຈຮັກຊາດ, ຮັກບ້ານເກີດເມືອງ ນອນ ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕໍ່ໄປ.
ໃນຕອນທ້າຍພິທີ ສະຫາຍ ບຸນຄົງ ເທບພະວົງ ຮອງຫົວໜ້າຫ້ອງການພາຍໃນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຮັກສາການເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງການລະອຽດດັ່ງນີ້:
- ເຫັນດີແຕ່ງຕັ້ງ ທ່ານ ບຸນຈັນ ວັນນະສີ ຫົວໜ້າໜ່ວຍງານ ກົດໝາຍ, ໂຄສະນາເຜີຍແຜ່ກົດໝາຍ ແລະ ສົ່ງເສີມ ວຽກງານຍຸຕິທຳ ຂຶ້ນເປັນຮອງຫົວໜ້າຫ້ອງການຍຸຕິທຳ ເມືອງນໍ້າບາກ.
- ເຫັນດີແຕ່ງຕັ້ງ ທ່ານ ບົວລະພາ ພົມມະຈັນ ຫົວໜ້າໜ່ວຍງານຄຸ້ມຄອງຂົນສົ່ງ ຫ້ອງການໂຍທາທິການ ແລະ ຂົນສົ່ງ ຂຶ້ນ ເປັນຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງນໍ້າບາກ.
- ເຫັນດີແຕ່ງຕັ້ງ ທ່ານ ສົມເພັດ ລັດຕະນະວົງ ຫົວໜ້າໜ່ວຍງານຄົ້ົນຄວ້າສັງລວມວຽກລັດ ຫ້ອງວ່າການເມືອງ ຂຶ້ນ ເປັນຮອງຫົວໜ້າຫ້ອງວ່າການ ເມືອງນໍ້າບາກ.
- ເຫັນດີແຕ່ງຕັ້ງ ທ່ານ ນາງ ທອງທິບ ປະດິດ ຫົວໜ້າໜ່ວຍງານບໍລິຫານ ແລະ ຈັດຕັ້ງ ຫ້ອງການຄະນະຈັດຕັ້ງ ຂຶ້ນ ເປັນຮອງຫົວໜ້າຫ້ອງການຄະນະຈັດຕັ້ງ ເມືອງນໍ້າບາກ.
ຂ່າວໂດຍ: ອ່ອນຈັນ ແກ້ວມະນີພອນ