ຂ່າວພິທີປາຖະກະຖາ 2 ວັນປະຫວັດສາດ
ໃນຕອນເຊົ້າເວລາ 8:00 ໂມງ ຂອງວັນທີ 21/05/2025 ທາງຄະນະໂຄສະນາອົບຮົມເມືອງງອຍ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທົ່ງໄຫຫີນ ຊຽງ ຂວາງ ຄົບຮອບ 66 ປີ ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ຢູ່ຫໍປະຊຸມໃຫຍ່ຂອງເມືອງງອຍ ພາຍໃຕ້ເປັນປະທານໂດຍ ທ່ານ ຄໍາຜູ ພັທະວົງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ເຊິ່ງຜູ້ເຂົ້າຮ່ວມຮັບຟັງໃນພິທີຄັ້ງນີ້ມີ ຄະນະປະຈຳ, ກຳມະການພັກ, ຫົວໜ້າ ຮອງຫົວໜ້າຫ້ອງການ, ພະນັກ ງານບຳນານ, ພະນັກງານສູນເສຍອົງຄະ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ຄູອາຈານ ເຂົ້າຮ່ວມທັງໝົດມີ 110 ທ່ານ, ຍິງ 47 ທ່ານ, ສະມາຊິກພັກ 95 ທ່ານ, ຍິງ 39 ທ່ານ.
ພິທີທ່ານ ປະທານ ກໍ່ໄດ້ບັນລະຍາຍ ແລະ ຍົກໃຫ້ເຫັນມູນເຊື້ອຂອງພັກ, ມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີ, ມູນເຊື້ອການຕໍ່ສູ້ມີໄຊ, ມູນເຊື້ອຂອງກອງທັບ-ຂອງນັກຮົບປະຕິວັດ ມູນເຊື້ອແຫ່ງການສູ້ຮົບພິລະອາດຫານຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ, ທີ່ມີຄວາມປີຊາສາມາດ, ສະຫຼາດສ່ອງໃສໂຕນອອກຈາກຄຸກໂພນເຄັງໄດ້ຢ່າງປອດໄພ, ຢ່າງອົງອາດກ້າຫານ ນີ້ຄືຜົນງານອັນລໍ້າເລິດຄຸນງາມຄວາມດີອັນໃຫຍ່ຫຼວງຂອງການນໍາລຸ້ນກ່ອນທີ່ນໍາພາພາລະກິດປະຕິວັດປົດປອ່ຍຊາດ ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ຄົນລຸ້ນໜຸ່ມ, ປະຊາຊົນບັນດາເຜົ່າ ໃຫ້ຮັບຮູ້-ເຂົ້າໃຈເລິກເຊິ່ງກ່ຽວກັບເສັ້ນທາງການຕໍ່ສູ້ອັນລະອິດລະອ້ຽວ ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນປະຕິວັດລາວ ລວມທັງພາກທິດສະດີ ແລະ ພຶດຕິກຳຕົວຈິງ ໃນການວາງແນວທາງ ຍຸດທະສາດ, ຍຸດໂທບາຍການຕໍ່ສູ້ ແລະ ວິທີການເຄື່ອນໄຫວປະຕິວັດຢ່າງຖືກຕ້ອງຈິ່ງໄດ້ຮັບໄຊຊະນະຢ່າງສະຫງ່າງາມ. ພວກເຮົາຄວນສຶກສາຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ ຂອງບັນດາຜູ້ນໍາລຸ່ນກ່ອນ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສືບຕໍ່ກໍ່ສ້າງພັກໃນທຸກດ້ານ ດ້ວຍການດໍາເນີນຊີວິດການເມືອງປົວແປງພາຍໃນພັກໃຫ້ເລີກເຊີ່ງ ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ທີ່ເກີດຂຶ້ນ, ສ້າງຄວາມເຊື້ອໝັ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ-ຄຸ້ມຄອງສັງຄົມ, ປະຕິບັດຕາມການຊີ້ນໍາ-ນໍາພາຂອງພັກຢ່າງຮອບດ້ານ, ຍົກສູງສະຕິລະວັງຕົວຕອບຕ້ານ ແລະ ເຂົ້າຮ່ວມແກ້ໄຂປະກົດການຍໍ້ທໍ້ຕ່າງໆ ໃຫ້ທັນເວລາ ກໍ່ສ້າງເສດຖະກິດ-ວັດທະນະທໍາດ້ານຕ່າງໆ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ປະກອບສ່ວນສືກສາອົບຮົມການເມືອງ – ແນວຄິດໃຫ້ແກ່ພະນັກງານ, ສະມາຊິກພັກ, ປະຊາຊົນລາວບັນດາເຜົ່າໃນທົ່ວສັງຄົມໃຫ້ມີຄວາມຮັບຜິດຊອບສູງ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ. ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ VIII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ່ XII ຂອງອົງຄະນະພັກເມືອງ ໃຫ້ທົ່ວເຖິງທຸກເປົ້າໝາຍ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມເຂົ້າສູ່ຊີວິດຕົວຈິງເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ພ້ອມທັງເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກຂອງຊາດໃຫ້ໜັກແໜ້ນ, ຍືນຍົງຕະຫຼອດໄປ
ຂຽນໂດຍ: ຟັງ ເລົ່າປ່າໄຊ