ເປີດອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຊຸດທີ II ປະຈຳປີ 2025 ທີ່ເມືອງນໍ້າບາກ
ໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2025 ຜ່ານມານີ້: ຢູ່ທີ່ສະໂມສອນ ບ້ານນາຍາງເໜືອ ທາງຄະນະໂຄ ສະນາອົບຮົມເມືອງນໍ້າບາກ ໄດ້ເປີດພິທີອົບຮົມຄວາມຮູ້ພື້ນຖານແນວທາງຂອງພັກໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຊຸດທີ II ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ລັດສະໝີ ພັນສະຫວັນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີມະຫາຊົນກ້າວໜ້າເຂົ້າຮ່ວມທັງໝົດ 7 ສະຫາຍ, ຍິງ 3 ສະຫາຍ.
ການອົບຮົມໃນຄັ້ງນີ້ແມ່ນໄດ້ນຳໃຊ້ເອກະສານທີ່ຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້ ເຊິ່ງມີ 13 ຄໍາຖາມ 13 ຄໍາຕອບ ແລະ 11 ຂໍ້ຫ້າມ. ການເປີດຊຸດອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບປະວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ສິດ, ໜ້າທີຂອງສະມາຊິກພັກ, ເຮັດໃຫ້ມະຫາຊົນ ຜູ້ກ້າວໜ້າກຳໄດ້ເນືອໃນພື້ນຖານ ແລະ ຫຼັກການລວມຂອງພັກ, ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອປົກປ້ອງບົດບາດ, ກຽດສັກສີຂອງພັກເຮົາ ແລະ ເສີມຂະຫຍາຍສະມາຊິກພັກພັກປະຊາຊົນປະຕິວັດລາວໃຫ້ເພີ່ມຂຶ້ນເລື່ອຍໆ.
ໃນຕອນທ້າຍ ປະທານຍັງໄດ້ເນັ້ນນັກໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວ ຈົ່ງນໍາເອົາບົດຮຽນດັ່ງກ່າວນີ້ໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນທາງດ້ານການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ມີແບບແຜນດຳ ລົງຊີວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງໆທີພັກ-ລັດວ່າງອອກຢ່າງເຂັມງວດ, ເປັນແບບ ຢ່າງທີ່ດີໃຫ້ແກ່ມະຫາຊົນໃນຕໍ່ໜ້າ; ຈາກນັ້ນປະທານກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນໄວ້ເປັນຫຼັກຖານ.
ຜູ້ຂຽນຂ່າວ : ອ່ອນຈັນ ແກ້ວມະນີພອນ
ກວດແກ້ : ທ່ານ ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ.