ເມືອງຈອມເພັດ ຈັດພິທີປະຖະກະຖາວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ເມືອງຈອມເພັດ ຈັດພິທີປະຖະກະຖາວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ຕອນເຊົ້າວັນທີ 15 ກໍລະກົດ 2025 ນີ້, ເມືອງຈອມເພັດ ໄດ້ຈັດພິທີປະຖະກະຖາຢູ່ສະໂມສອນໃຫຍ່ ຂອງເມືອງ, ໃຫ້ກຽດເປັນປະທານພິທີຂອງ ສະຫາຍ ນາງ ຈັນດີ ເຢັ່ງວື ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະ ພາປະຊາຊົນແຂວງ, ປະທານສະມາຊິກສະພາປະຊາຊົນປະຈໍາເຂດເລືອກຕັ້ງ ເມືອງຈອມເພັດ, ມີບັນດາສະຫາຍຄະ ນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະກອງບັນຊາການ ປກຊ-ປກສ, ພະນັກງານ-ລັດຖະກອນ, ພະນັກງານອາວຸໂສບໍານານ ແລະ ເອື້ອຍນ້ອງສະຫະພັນແມ່ຍິງອ້ອມຂ້າງ ຕະຫຼອດຮອດຄະນະພັກບ້ານເທດສະບານເຂົ້າຮ່ວມ.

ໃນພິທີ ສະຫາຍ ນາງ ຈັນທອນ ມີລາວັນ ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນ ປະຈໍາເຂດເລືອກຕັ້ງເມືອງຈອມເພັດ, ປະທານສະຫະພັນແມ່ຍິງເມືອງ, ໄດ້ໃຫ້ກຽດຂື້ນເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ ຍິງ ຄົບຮອບ 70 ປີ, ໂດຍໄດ້ຍົກໃຫ້ເຫັນປະຫວັດການກຳເນີດ-ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະ ຫະພັນແມ່ຍິງລາວແຕ່ລະໄລຍະ, ພ້ອມທັງສັງລວມຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງລາວໂດຍສະເພາະແມ່ນການປະກອບສ່ວນຂອງແມ່ຍິງໃນພາລະກິດຕໍ່ສູ້ປົດປ່ອຍຊາດໄລຍະປີ 1958-1975 ແລະ ຜົນ ງານການອຸທິດອັນໃຫຍ່ຫຼວງຂອງແມ່ຍິງລາວບັນດາເຜົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໄດ້ເນັ້ນເຖິງວຽກງານປັບປຸງກົງຈັກການຈັດຕັ້ງ ແລະກໍ່ສ້າງພະນັກງານ, ວຽກງານປົກປ້ອງສິດຜົນປະໂຫຍດແມ່ຍິງ-ເດັກນ້ອຍ, ຝຶກອົບຮົມວິຊາຊີບສ້າງສີມືແຮງງານ, ວຽກງານຂະບວນການ ແລະວຽກງານພົວພັນຕ່າງປະເທດ.

ໂອກາດດ່ຽວກັນນີ້ ສະຫາຍ  ສອນເພັດ ພົງສຸທິ ຮອງເລຂາພັກເມືອງ, ວ່າການເຈົ້າເມືອງ ກໍ່ໄດ້ໃຫ້ກຽດຂື້ນເລົ່າປະຫວັດ ວັນເກີດ ຂອງປະທານ  ສຸພານຸວົງ ຄົບຮອບ 116 ປີ, ປະທານ ສຸພານຸວົງ  ເກີດເມືອວັນທີ 13 ກໍລະກົດ ປີ 1909 ທີ່ຫຼວງພະບາງ, ໃນຄອບຄົວເຊື້ອເຈົ້າເປັນໂອລົດ ຂອງເຈົ້າມະຫາອຸປະຣາດບຸນຄົງ ແລະ ຫມ່ອມຄໍາອ້ວນ ມີເອື້ອຍ 2 ຄົນຄື: ເຈົ້າຍິງທະວີວັນ ແລະ ເຈົ້າຍິງ ຈິດດາຣັກສະຫມີ, ມີອ້າຍຕ່າງມານດາ 2 ຄົນຄື່: ເຈົ້າເພັດຊະຣາດ ແລະ ເຈົ້າສຸວັນນະພູມມາ, ປີ1920 ທ່ານໄດ້ໄປຮຽນຕໍ່ມັດທະຍົມຣານແບກຊາໂລທີ່ຮາໂນ້ຍ ປະເທດຫວຽດນາມ, ປີ 1931 ສຶກສາຕໍ່ທີ່ປະເທດຝັ່ຣງ, ໄດ້ຮັບໃບປະກາດສະນີຍະບັດວິສາວະກອນຂົວທາງທີ່ຝັຣງ, ປີ 1945 ໄດ້ກັບຄືນລາວ ທ່ານໄດ້ຮັບການຕອນຮັບຢ່າງອົບອຸ່ນຈາກປະຊາຊົນເມືອງເຊໂປນທຸກຊັ້ນຄົນ ແລະ ໄດ້ກ່າວຄຳປາໃສຕໍ່ໜ້າປະ ຊາຊົນທີ່ມາໂຮມຊຸມນຸມຢ່າງຫຼວງຫຼາຍ, ເພິ່ນໄດ້ເວົ້າວ່າແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ, ສະນັ້ນພວກເຮົາທຸກຄົນຕ້ອງສາມັກຄີຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້, ນີ້ແມ່ນຈຸດເລີມຕົ້ນແຫ່ງພາລະກິດປະຕິ ວັດອັນໃຫຍ່ຫຼວງ ຂອງປະທານ ສຸພານຸວົງ. ພ້ອມດ່ຽວກັນນີີ້ຍັງໄດ້ມີພິທີປະດັບຫຼຽນກາລະນຶກ 70 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວໃນຄັ້ງນີ້ ໂດຍແມ່ນ ສະຫາຍ ນາງ ຈັນດີ ເຢັ່ງວື ເລຂາຄະນະບໍລິຫານງານພັກເມືອງ, ສະ ມາຊິກສະພາປະຊາຊົນແຂວງ, ປະທານສະມາຊິກສະພາປະຊາຊົນ ປະຈໍາເຂດເລືອກຕັ້ງ ເມືອງຈອມເພັດ, ໄດ້ໃຫ້ກຽດມອບໃບຢັ້ງຍືນ ແລະ ປະດັບຫຼຽນກາ ໃຫ້ບັນດາສະຫາຍ ສະມາຊິກພັກ ທີ່ຍັງປະຈຳການ ແລະ ສະມາຊິກພັກອາວຸໂສບຳນານ ຢ່າງສົມກຽດ.

ຂຽນຂ່າວໂດຍ: ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງຈອມເພັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa