ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ວັນທີ 17 ກໍລະກົດ 2025 ນີ້ ທ່ານ ບຸນທອງ ຈິດມະນີຮອງປະທານປະເທດ ໄດ້ເດີນທາງເຄື່ອນໄຫວເຮັດວຽກ ຢູ່ແຂວງຫຼວງພະບາງ, ໃຫ້ກຽດຕ້ອນຮັບຢູ່ສະຖານີລົດໄຟລາວ-ຈີນ ໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫຼວງພະບາງ.

ໂອກາດນີ້ ທ່ານ ສຸກັນ ບຸນຍົງ ຮອງເລຂາ ຄະນະບໍລິຫານງານພັກແຂວງຫຼວງພະບາງໄດ້ລາຍງານ ສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການປັບປຸງກົງຈັກຈັດຕັ້ງຂັ້ນພະແນກການ, ຕິດພັນກັບການຈັດຕັ້ງປະຕິບັດວຽກງານກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX ປັດຈຸບັນ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ, ນະຄອນ-ຫຼວງພະບາງ, ອົງຄະນະພັກກອງບັນຊາການ ແລະ ຮາກຖານພັກໃນທົ່ວແຂວງ; ຍັງ 01 ຮາກຖານຄື: ໜ່ວຍພັກສະພາປະຊາຊົນແຂວງ,

ພ້ອມນັ້ນ ໄດ້ສໍາເລັດກອງປະຊຸມໃຫຍ່ສະຫະພັນນັກຮົບເກົ່າແຂວງ, ກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນຂັ້ນແຂວງໃນທ້າຍເດືອນ ມີຖຸນາ 2025 ຜ່ານມານີ້; ສຳລັບການກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX ພວມດຳເນີນໄປຕາມຂັ້ນຕອນ, ສວ່ນການກະກຽມສ້າງຕັ້ງຕາແສງຢູ່ແຂວງຫຼວງພະບາງ ໃນເບື້ອງຕົ້ນໄດ້ກຳນົດ ໃຫ້ມີທັງໝົດ 56 ຕາແສງ ໃນ 11 ເມືອງ ແລະ 1 ນະຄອນ, ທັງກຳນົດໃຫ້ມີພະນັກງານປະຈຳຕາແສງ ປະມານ 800 ຄົນ.

ທ່ານ ບຸນທອງ ຈິດມະນີ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະພັກ-ຄະນະນໍາຂອງແຂວງ ສືບຕໍ່ກະກຽມ ການດຳເນີນກອງປະຊຸມໃຫຍ່ຕາມແຜນການທີ່ກຳນົດໄວ້ ໂດຍເລັ່ງໃສ່ດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ດ້ານຂະບວນການ, ສ່ວນການປັບປຸງຈັດຕັ້ງການຊັບຊ້ອນບຸກຄະລາກອນຂັ້ນພະແນກການທີ່ມີການຍຸບ ແລະ ໂຮມເຂົ້າກັນຕ້ອງປະຕິບັດໃຫ້ສອດຄ່ອງຕາມທິດຊີ້ນຳຂອງສູນກາງ ຮັບປະກັນເຮັດໃຫ້ບຸກຄະລາກອນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ ຕໍ່ການປະຕິບັດວຽກງານ, ໃຫ້ສືບຕໍ່ກະກຽມການສ້າງຕັ້ງຕາແສງ ໂດຍມີການເຮັດທົດລອງ ແລະ ຖອດຖອນບົດຮຽນໄປພ້ອມ.

ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa