ກອງປະຊຸມທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບ ຄະນະບໍລິຫານງານພັກແຂວງ ສະໄໜທີ IX ຮອບທີ 1

ກອງປະຊຸມທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບ ຄະນະບໍລິຫານງານພັກແຂວງ

ສະໄໜທີ IX ຮອບທີ 1

ກອງປະຊຸມທາບທາມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດ   2025   ຢູ່ທີ່ສະໂມສອນ ຂອງເມືອງ ໃຫ້ກຽດເປັນປະທານ ຂອງສະຫາຍ ຄຳຫຼ້າ ລຽນປະດິດ  ກຳມະການປະຈຳພັກແຂວງ ປະທານກວດກາພັກ-ຫົວໝ້າອົງການກວດກາລັດ  ແຂວງຫຼວງພະບາງ,

ມີຄະນະປະຈໍາ,  ກໍາມະການພັກເມືອງ, ຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ, ຂັ້ນເມືອງ, ເລຂາ-ຮອງເລຂາ ຄະນະພັກຮາກຖານ, ເລຂາຮອງເລຂາ, ຄະນະໜ່ວຍພັກສຳນັກງານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະພັກຮາກຖານກອງບັນຊາການ ປກຊ-ປກສ ພາຍໃນເມືອງ ເຂົ້າຮ່ວມ, ໃນວ່າລະກອງປະຊຸມ ໄດ້ຮັບຟັງການຜ່ານມາດຖານ, ເງື່ອນໄຂຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ແຂວງຫຼວງພະບາງ ສະໄໝທີ IX ຮອບທີ 1 ໂດຍພື້ນຖານແມ່ນອີງໃສ່ມາດຖານລວມ ແລະ ມາດຖານສະເພາະ ຂອງຄະນະບໍລິຫານພັກທີ່ໄດ້ກຳນົດໄວ້,  ນະໂອກາດດຽວກັນ ສະຫາຍ ຄຳຫຼ້າ ລຽນປະດິດ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາຕໍ່ຄະນະບໍລິຫານງານພັກເມືອງ, ຜູ້ແທນເຂົ້າຮ່ວມ   ຕ້ອງເປັນເຈົ້າການ ຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ, ເລືອກໄດ້ຜູ້ທີ່ມາດຖານເງື່ອນໄຂຄົບຖ້ວນ, ຮັບປະກັນຄຸນລັກສະນະ, 3  ລຸ້ນຄື: ລຸ້ນອາວຸໂສ, ລຸ້ນກາງ ແລະ ລຸ້ນໜຸ່ມ, ຜູ້ທີ່ມີວິໄສທັດໃນການນໍາພາ-ຊີ້ນໍາ, ຍຶດໝັ້ນຕໍ່ແນວທາງ  ຂອງພັກ ແລະ ມີຜົນງານທີ່ພົ້ນເດັ່ນໃນຂະບວນການຈັດຕັ້ງປະຕິບັດໜ້າທີ່ວຽກງານ,

ຈາກນັ້ນຜູ້ແທນກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕດຳເນີນການປ່ອນບັດທາບທາມບຸກຄະລາກອນ,  ເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກ  ແຂວງຫຼວງພະບາງສະໄໜທີ IX ຮອບທີ 1 ໂດຍມີຜູ້ແທນເຂົ້າຮ່ວມທາບທາມທັງໝົດ 65 ສະຫາຍ, ຍິງ 12 ສະຫາຍ.

ຂຽນຂ່າວໂດຍ: ພັນທະລີ ສຸກຂະເສີມ ຈາກຄະນະໂຄສະນາອົບຮົມ ເມືອງຈອມເພັດ

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa