ຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ຫົວໜ້າຄະນະໂຄສະນາອົບຮົມແຂວງ ລົງມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ອີງຕາມການເກັບກຳຂໍ້ມູນການເສຍຫາຍເບື້ອງຕົ້ນ ຈາກຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໃນວັນທີ 14-15 ກໍລະກົດ 2025 ນີ້ ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ ເຮັດໃຫ້ເກີດມີປະລິມານນໍ້າຫ້ວຍຫຼາຍຂື້ນຜິດປົກກະຕິ ແລະ ໄຫຼຊຸເຂົ້າຖ້ວມເຮືອນຂອງປະຊາຊົນ ບ້ານຫ້ວຍສະຄິງ, ເມືອງປາກແຊງ, ແຂວງຫຼວງພະບາງ ຈຳນວນ 5 ຄອບຄົວ, ເຊິ່ງຄາດຄະເນຄວາມເສຍຫາຍປະມານ 130,000,000 ກີບ ໃນນີ້, ມີເຮືອນເປ່ເພປານກາງ 03 ຫຼັງ; ເຂົ້າເປືອກ ແລະ ເຂົ້າສານເສຍຫາຍ 610 ກິໂລ; ສັດລ້ຽງປະເພດ ຄວາຍ ຕາຍ 1 ໂຕ, ພ້ອມນີ້, ຍັງມີເຄື່ອງໃຊ້ຄົວເຮືອນ ຖືກເສຍຫາຍ ຫຼາຍຢ່າງ.

ວັນທີ 17 ກໍລະກົດ 2025, ທ່ານ ນາງ ວຽນວິໄລ ດີລະພັນ, ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ພ້ອມກັບອົງການກາແດງລາວ ສາຂາແຂວງຫຼວງພະບາງ ໄດ້ລົງມອບເຄື່ອງຊ່ວຍເຫຼືອສຸກເສີນ, ແກ້ໄຂຄວາມຈຳເປັນໃນເບື້ອງຕົ້ນ ຄື: ເຄືອງນຸ່ງຮົ່ມ, ເຄືອງອຸປະໂພກ ແລະ ເຄື່ອງບໍລິໂພກ ໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບດັ່ງກ່າວ ລວມມູນຄ່າ18,995,000 ກີບ ແລະ ເງິນສົດຈາກຄອບຄົວເພິ່ນເອງ ຈໍານວນ 2,500,000 ກີບ.

ສໍາລັບດ້ານຄົມມະນາຄົມ ມີເສັ້ນທາງເລກທີ 2505 ແຕ່ບ້ານຫ້ວຍສະຄິງ ຫາ ບ້ານພູໜໍ່ຫວານ ຂອງເມືອງປາກແຊງ ແຂວງຫຼວງພະບາງ ຖືກເປ່ເພ ແຕ່ກໍ່ໄດ້ຮັບການແກ້ໄຂດ້ວຍການເຮັດທາງເວັ້ນຊົ່ວຄາວ.

ສ່ວນວິທີແກ້ໄຂໃນສະເພາະໜ້າ ທາງຄະນະນໍາ ຂອງເມືອງໄດ້ແຕ່ງຕັ້ງຄະນະສະເພາະກິດ ຂັ້ນເມືອງ ລົງຕິດຕາມ, ກວດກາ, ເກັບກຳຂໍ້ມູນ, ເຝົ້າລະວັງ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນ, ພ້ອມນີ້ຍັງໄດ້ປຸກລະດົມ ຂໍຄວາມຊ່ວຍເຫຼືອ ຈາກບັນດາບໍລິສັດ, ຫ້າງຮ້ານ ເພື່ອປະກອບສ່ວນຊ່ວຍເຫຼືອສັງຄົມ ພ້ອມທັງໄດ້ສະເໜີ ສິ່ງຈໍາເປັນ ຮີບດ່ວນເປັນຕົ້ນ ເຂົ້າກິນ, ອາຫານແຫ້ງ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງນຸ່ງຫົ່ມ ເພື່ອຊ່ວຍບັນເທົາທຸກໃຫ້ປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມໃນຄັ້ງນີ້.

ຂຽນໂດຍ: ທ. ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ ຫຼບ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa