ພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ໃນຕອນເຊົ້າ ຂອງວັນທີ 22 ກໍລະກົດ 2025, ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບມະຫາ ວິທະ ຍາໄລສຸພານຸວົງ ຈັດຕັ້ງພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢູ່ທີ່ສະໂມສອນ ຂອງມະຫາວິທະຍາໄລສຸພານຸວົງ, ໃຫ້ກຽດເປັນປະທານພິທີ ໂດຍ ສະຫາຍ ນາງ ວຽນວິໄລ ດີລະພັນ, ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ, ເຂົ້າຮ່ວມໂດຍ ຄະນະພັກຮາກຖານ, ຄະນະບໍດີ ຂອງມະຫາວິທະຍາໄລສຸພານຸວົງ ພ້ອມດ້ວຍພະນັກ ງານຄູ-ອາຈານ ແລະ ນັກສຶກສາຈຳນວນໜຶ່ງ, ມີຜູ້ເຂົ້າຮ່ວມທັງໝົດ 110 ຄົນ, ຊາຍ 25 ຄົນ, ສະມາຊິພັກ 101 ສະຫາຍ, ຊາຍ 25 ສະຫາຍ.
ໃນພິທີ ປະທານ ໄດ້ໃຫ້ກຽດປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໂດຍໃຫ້ຮູ້ເຖິ່ງປະຫວັດການກຳເນີດ ແລະ ການເຕີບໃຫຍ່ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ໜ້າທີ່ຂອງການຈັດຕັ້ງແມ່ຍິງລາວໃນເບື້ອງຕົ້ນ, ການດຳເນີນກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດນັບແຕ່ຄັ້ງທີ I-VIII, ຜົນງານໃນໄລຍະ 70 ປີທີຍາດມາໄດ້ ແລະ ເພື່ອເປັນການທົບທວນຫວນຄືນມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວທີ່ໄດ້ອຸທິດຕົນ ເພື່ອພາ ລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງລາວ, ທີ່ເປັນກຳລັງແຮງອັນສໍາຄັນ ຂອງພັກທີ່ເຮັດໜ້າທີ່ລຳລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ-ນັກ ຮົບຢູ່ແນວໜ້າ ດ້ວຍຄວາມຮັບຜິດຊອບສູງ, ປຸກລະດົມຂະບວນການຂອງແມ່ຍິງລາວບັນດາເຜົ່າເຂົ້າເປັນກຳລັງແຮງໃຫ້ແກ່ການປະຕິວັດປົດປ່ອຍຊາດ ເພື່ອຕໍ່ຕ້ານຈັກກະພັດລາເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ຂ່າວໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.