ຫຼວງພະບາງ ເພີ່ມການເຝົ້າລະວັງນ້ຳໄຫຼນອງ ໃນຊ່ວງຝົນຕົກໜັກ

ຫຼວງພະບາງ ເພີ່ມການເຝົ້າລະວັງນ້ຳໄຫຼນອງ ໃນຊ່ວງຝົນຕົກໜັກ

ໃນວັນທີ 23 ກໍລະກົດ 2025, ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ ນ້ຳປາ ເຂດເມືອງໂພນໄຊ ແລະ ນໍ້າຄານ ເມືອງຊຽງເງິນ ພວມໄຫຼນອງ ແລະ ຍຶ່ງຖ້ວມບ້ານເຮືອນຂອງປະຊາຊົນ ທີ່ອາໄສຢູ່ແຄມນໍ້າ ແລະ ເຂດພື້ນທີ່ຕໍ່າ ຈຳນວນໜຶ່ງ.

ເພື່ອຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຕ່າງໆ ຂໍຮຽກຮ້ອງໃຫ້ປະຊາຊົນ ທີ່ອາໄສຢູ່ແຄມນໍ້າ ແລະ ເຂດພື້ນທີ່ຕໍ່າ ໂດຍສະເພາະ ແຄມນ້ຳຂອງ, ນ້ຳອູ, ນ້ຳເຊືອງ ແລະ ນ້ຳຄານ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ອາດຈະເກີດດິນເຈື່ອນ, ນ້ຳຖ້ວມຊຸ ແລະ ນ້ຳຖ້ວມຍຶ່ງ ຢ່າງກະທັນຫັນ. ສ່ວນຜູ້ທີ່ຈະເດີນທາງໄປ-ມາ ທາງພາເໜືອ ໂດຍສະເພາະແມ່ນເສັ້ນທາງ 13 ເໜືອ ແລະ ທາງໄປຫາບັນດາເມືອງຕ່າງໆ ຂອງແຂວງຫຼວງພະບາງ ຄວນໃຫ້ກວດສອບສະພາບອາກາດ ແລະ ສະພາບເສັ້ນທາງ ສາກ່ອນອອກເດີນທາງ. ພ້ອມນີ້ຂໍໃຫ້ຕິດ ຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ຂ່າວເຕືອນ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa