ປາຖະກະຖາ ວັນຄ້າຍວັນເກີດ ປະທານ ສຸພານຸວົງ

ປາຖະກະຖາ ວັນຄ້າຍວັນເກີດ ປະທານ ສຸພານຸວົງ

ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່; ທັງເປັນເພື່ອຮໍ່າຮຽນເອົາມູນເຊື້ອຮັກຊາດ, ຄວາມສາມັກຄີ, ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນ ແລະ ຄວາມພິລະອາດຫານ, ນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ. ເປັນກຽດປາຖະກະຖາໂດຍ ທ່ານ ສອນສັກ ສຸລິເສີມ ເລຂາຄະນະບໍລິຫານງານພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ. ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວຫນ້າ-ຮອງຫົວຫນ້າຫ້ອງການ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ.

ປະທານ ໄດ້ຫວນຄືນຊີວິດ-ພາລະກິດການເຄື່ອນໄຫວ ແລະ ຜົນງານທີ່ດີເດັ່ນ ຂອງປະທານ ສຸພານຸວົງ ໂດຍຫຍໍ້ວ່າ: ທ່ານປະທານ ສຸພານຸວົງ ໄດ້ເຂົ້າສຶກສາຊັ້ນປະຖົມຢູ່ຫຼວງພະບາງ, ຊັ້ນມັດທະຍົມຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ສຶກສາຕໍ່ລະດັບປະລິນຍາຕີ ສາຂາວິສະວະກຳກໍ່ສ້າງ ແລະ ຂົວທາງ ຢູ່ນະຄອນຫຼວງປາລີ ປະເທດຝລັ່ງ, ໄດ້ເຂົ້າຮ່ວມບັນດາຂະບວນການຕໍ່ສູ້ຢ່າງພິລະອາດຫານຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ປະທານ ສຸພານຸວົງ ແມ່ນເປັນຜູ້ນໍາທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນ ຍາມໃດກໍໄດ້ຍົກສູງສະຕິເປັນເຈົ້າຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອເພື່ອແຜ່ ຮັກແພງມິດສະຫາຍຢ່າງຈິງໃຈ; ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາຊົນ; ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ, ທ່ານໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າຈົນເຖິງທຸກວັນນີ້.

ຂ່າວ: ທ. ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງວຽງຄຳ.

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa