ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III
ຕອນເຊົ້າຂອງວັນທີ 25 ກໍລະກົດ 2025 ນີ້; ທາງຄະນະໂຄສະນາອົບຮົມ ເມືອງວຽງຄຳ ຈັດຊຸດຝຶກອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ III ປະຈຳປີ 2025 ຢູ່ກຸ່ມພັດທະນາ ບ້ານໃຫຍ່ວຽງຄຳ ເປັນປະທານ ໂດຍ ສະຫາຍ ອຸ່ນເຮືອນ ສຸດທິດາ ກຳມະການພັກເມືອງ ຫົວຫນ້າຄະນະໂຄສະນາອົບຮົມ ເມືອງວຽງຄຳ. ໃນນັ້ນມີສຳມະນາກອນ ມາຈາກຫນ່ວຍພັກ ບ້ານໃຫຍ່ວຽງຄຳ, ຫນ່ວຍພັກສຳນັກງານ-ອົງການ, ຫນ່ວຍພັກໂຍທາທິການ ແລະ ຂົນສົ່ງ, ຫນ່ວຍພັກການເມືອງ, ຫນ່ວຍພັກພະແນກ ປກສ, ຫນ່ວຍພັກບ້ານບວມຫວານ, ຫນ່ວຍພັກພູພັກແພວ, ຫນ່ວຍພັກສຶກສາທິການ ແລະ ກິລາ, ຫນ່ວຍພັກບ້ານແສ້, ຫນ້ວຍພັກ ປກສ, ເຂົ້າຮ່ວມທັງຫມົດ 16 ສະຫາຍ, ຍິ່ງ 4 ສະຫາຍ.
ສຳລັບບົດຮຽນທີ່ອົບຮົມໃນຄັ້ງນີ້ ໄດ້ນຳໃຊ້ເອກະສານຈາກ ຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້, ເຊິ່ງມີ 13 ຄໍາຖາມ 13 ຄໍາຕອບ, ເພື່ອໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຖານ ແລະ ເງື່ອນໄຂຕ່າງໆ ກ່ອນຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ແລະ ຜົນປະໂຫຍດຂອງສະມາຊິກພັກ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ມີຄວາມຮັບຮູ້, ເຂົ້າໃຈເລິກຕື່ມ ກ່ຽວກັບການກໍ່ສ້າງ ແລະ ຂະຫຍາຍພັກ, ກຳໄດ້ເນື້ອໃນພື້ນຖານ ແລະ ຫຼັກການລວມຂອງພັກ, ພ້ອມທັງຮັບຮູ້ສັງເກດຕີລາຄາ ແລະ ວິເຄາະບັນຫາໄດ້ໃນລະດັບທີ່ແນ່ນອນ.
ໃນຕອນທ້າຍພິທີ ປະທານໄດ້ເນັ້ນໃຫ້ມະຫາຊົນຜູ້ກ້າວໜ້າ ເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກ ໃນຄັ້ງນີ້; ຈົ່ງນຳເອົາບົດຮຽນໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໜັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນດຳລົງຊິວິດທີ່ປອດໃສຂາວສະອາດ, ເອົາໃຈໃສ່ປະຕິບັດວຽກງານຕົວຈິງທີ່ພັກລັດມອບໝາຍໃຫ້ ເພື່ອໃຫ້ກາຍເປັນສະມາຊິກພັກທີ່ເປັນແບບຢ່າງ ທີ່ດີໃນຕໍ່ ຫນ້າ, ຈາກນັ້ນກໍ່ໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນໄວ້ເປັນລັກຖານອີກດ້ວຍ.
ຂ່າວ ບຸນມີ ໄຊຍະກຸມມານ ນັກຂ່າວຄະນະໂຮສະນາອົບຮົມເມືອງ.