ແຂວງຫຼວງພະບາງປະກາດໂອນວຽກງານຖະແຫຼ່ງຂ່າວ ໄປຂື້ນກັບຄະນະໂຄສະນາອົບຮົມແຂວງ

ແຂວງຫຼວງພະບາງປະກາດໂອນວຽກງານຖະແຫຼ່ງຂ່າວ ໄປຂື້ນກັບຄະນະໂຄສະນາອົບຮົມແຂວງ

ໂດຍປະຕິບັດຕາມມະຕິ ຂອງຄະນະບໍລິຫານງານສູນກາງພັກ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ແລະ ນິຕິກຳອື່ນໆ ຂອງສູນກາງ ວ່າດ້ວຍການປັບປຸງການຈັດຕັ້ງ ໃນທົ່ວປະເທດ ໃຫ້ມີຜົນສຳເລັດທັນກັບເວລາທີ່ກຳນົດໄວ້, ໃນຕອນບ່າຍ ຂອງວັນທີ 14 ສີງຫາ 2025 ນີ້ ຢູ່ຫ້ອງປະຊຸມຂອງພະແນກວັດຖະນະທຳ ແລະທ່ອງທ່ຽວແຂວງຫຼວງພະບາງ ໄດ້ຈັດພິທີ ປະກາດໂອນວຽກງານຖະແຫຼ່ງຂ່າວ ໄປຂື້ນກັບຄະນະໂຄສະນາອົບຮົມແຂວງ. ໂດຍການເປັນປະທານຂອງ ສະຫາຍ ສຸກັນ ບຸນຍົງ, ຮອງເລຂາພັກແຂວງຫຼວງພະບາງ, ເຂົ້າຮ່ວມໃນພິທີມີຄະນະຮັບຜິດຊອບປັບປຸງການ ຈັດຕັ້ງຂັ້ນແຂວງ, ບັນດາພະແນກການ, ພະນັກງານ-ລັດຖະກອນຈາກຄະນະໂຄສະນາອົບຮົມແຂວງ ແລະ ພະນັກ ງານ-ລັດຖະກອນຈາກພະແນກວັດຖະນະທຳ ແລະທ່ອງທ່ຽວແຂວງຫຼວງພະບາງ.

ທ່ານ ປອ ນາງ ສຸດາພອນ ຄົມທະວົງ, ກຳມະການພັກແຂວງ, ຫົວໜ້າພະແນກວັດຖະນະທຳ ແລະ ທ່ອງທ່ຽວແຂວງ ຂື້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານຖະແຫຼງຂ່າວ ໃນໄລຍະຜ່ານມາໂດຍຫຍໍ້ ພ້ອມທັງແຈ້ງກ່ຽວກັບບົດບັນທຶກມອບໂອນວຽກງານດັ່ງກ່າວ ແລະ ຊັບສິນ ອຸປະກອນຕ່າງໆ.

ທ່ານ ປອ ຄຳຜູຍ ຈັນທະວະດີ, ຮອງຫົວໜ້າຄະນະຈັດຕັ້ແຂວງ ໄດ້ຜ່ານມະຕີຂອງສະພາປະຊາຊົນແຂວງຫຼວງພະບາງ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການໂຮມວຽກຖະແຫຼ່ງຂ່າວ ໄປຂື້ນກັບຄະນະໂຄສະນາອົບຮົມແຂວງ ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການອະນຸມັດ ໃຫ້ພະນັກງານ ອອກອຸດໜູນ ບໍານານ ມິທັງໝົດ 05 ທ່ານ, ຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຍຸບໂຮມໜ່ວຍພັກຖະແຫຼງຂ່າວ ແລະ ແຕ່ງຕັ້ງໜ່ວຍພັກທີ່ຂື້ນກັບຮາກຖານພັກ 7 ໜ່ວຍພັກ, ແຕ່ງຕັ້ງຄະນະພັກຮາກຖານຄືນໃໝ່ ໂດຍແມ່ນ ສະຫາຍ ປອ ນາງ  ສຸດາພອນ ຄົມທະວົງ ເປັເລຂາ, ໃນນີ້ມີຮອງ 01 ສະຫາຍ ແລະຄະນະພັກ 05 ສະຫາຍ ແລະຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກວັດຖະນະທຳ ແລະ ທ່ອງທ່ຽວແຂວງ 01 ທ່ານ ແລະ ຮອງຫົວໜ້າພະແນກ 01 ທ່ານ, ໃນນີ້ແຕ່ງຕັ້ງ ສະຫາຍ ວົງດາວອນ ວົງໄຊຍະລາດ ເປັນຮອງເລຂາ ຄະນະພັກຮາກຖານ.

ນອກນີ້ ຍັງໄດ້ແຕ່ງຕັ້ງ ສະຫາຍ ວັນນະເດດ ພົງສຸດທິ, ເປັນຄະນະພັກ ແລະ ທັງເປັນປະທານກວດກາພັກ, ແຕ່ງ ຕັ້ງສະຫາຍ ວິໄລ ແກ້ວປະເສີດ ແລະ ສະຫາຍ ນາງ ບຸນທະໜອມ ແສງມະນີ ເປັນຮອງປະທານກວດກາພັກຕຶ່ມອີກ.

ຈາກນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າຂະແໜງ ແລະຮອງຫົວໜ້າຂະແໜງ,ໃນນີ້ມີທັງໝົດ 08 ຂະແໜງ. ພິທີດັ່ງກ່າວນີ້ ຮອງເລຂາພັກແຂວງ ກໍ່ໄດ້ມອບຂໍ້ຕົກລົງແຕ່ງຕັ້ງດັ່ງກ່າວຢ່າງສົມກຽດ, ທ່າມ ກາງຜູ້ເຂົ້າຮ່ວມເປັນສັກຂີພະຍານ. ພ້ອມດຽວກັນນີ້ທ່ານ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ພິທີໃນຄັ້ງນີ້.

ຂ່າວໂດຍ: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa