ມອບຫຼຽນກາ ລະນຶກ 70 ປີ ໃຫ້ພະນັກງານອາວຸໂສບຳນານ
ໃນຕອນບ່າຍ ວັນທີ 19 ສິງຫາ 2025 ການນຳ ຂອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລົງຢ້ຽມຢາມ ແລະ ມອບຫຼຽນກາ ລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃຫ້ແກ່ ທ່ານ ວັນທອງ ພົມມະຈັນ, ພະນັກງານບຳນານ, ຢູ່ທີ່ບ້ານມ້າ, ນະຄອນ-ຫຼວງພະບາງ, ແຂວງຫຼວງພະບາງ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ, ໃຫ້ກຽດຂື້ນມອບ ໂດຍທ່ານ ນາງ ວຽນວິໄລ ດີລະພັນ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກ ແຫຼ່ງ ພາຍໃນຄະນະໂຄສະນາອົບຮົມແຂວງ ຢ່າງສົມກຽດ, ພ້ອມທັງກ່າວຄຳອວຍພອນໄຊອັນປະເສີດໃຫ້ແກ່ທ່ານອາດີດພະນັກງານປະຕິວັດ-ອາວຸໂສບຳນານ.
ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ