ຈັດພິທີອົບຮົມມະຫາຊົນກ້າວໜ້າຜູ້ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ II ປະຈໍາປີ 2025

ຈັດພິທີອົບຮົມມະຫາຊົນກ້າວໜ້າຜູ້ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ II ປະຈໍາປີ 2025

ໃນຕອນເຊົ້າ ວັນທີ 04 ກັນຍາ 2025 ເວລາ 08 ໂມງ 30 ນາທີ  ຄະນະໂຄສະນາອົບຮົມນະຄອນ-ຫຼວງພະບາງ ໄດ້ຈັດພິທີ ອົບຮົມມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ຊຸດທີ II ປະຈໍາປີ 2025 ຢູ່ທີ່ຫ້ອງປະຊຸມ ຂອງນະຄອນ-ຫຼວງພະບາງ (ບ້ານວຽງໃໝ່), ໂດຍໃຫ້ກຽດເປັນປະທານຂອງສະຫາຍ ວິໄລທອງ ມະນີວອນ ຮອງເລຂາພັກນະຄອນ-ຫຼວງພະບາງ,  ມີມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ເຂົ້າຮ່ວມທັງໝົດ 36 ສະຫາຍ, ຍິງ 08 ສະຫາຍ; ໃນນັ້ນມາຈາກໜ່ວຍພັກສໍານັກງານຫ້ອງການອ້ອມຂ້າງນະຄອນ: 17 ສະຫາຍ, ຍິງ 05 ສະຫາຍ; ມາຈາກ ໜ່ວຍພັກຮາກຖານບ້ານທົ່ວນະຄອນ 19 ສະຫາຍ, ຍິງ 03 ສະຫາຍ.

ບົດຮຽນທີ່ນໍາມາອົບຮົມໃນຄັ້ງນີ້ ແມ່ນນໍາໃຊ້ເນື້ອໃນເອກະສານທີ່ຄະນະໂຄສະນາສູນກາງພັກກໍານົດໃຫ້, ເຊິ່ງປະກອບມີ 13 ຄໍາຖາມ ແລະ  13 ຄໍາຕອບ,  ພ້ອມທັງຍົກຄໍາຖາມແລກປ່ຽນເຊິ່ງກັນ ແລະ ກັນ ໄປພ້ອມກັບການປະກອບຄໍາເຫັນ ແລະ ພຶດຕິກໍາຕົວຈິງໃຫ້ແທດເໝາະກັບສະພາບຄວາມເປັນຈິງແຕ່ລະຂົງເຂດ ເພື່ອໃຫ້ມະຫາຊົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມຮູ້ເບື້ອງຕົ້ນຂອງການກໍາເນີດເຕີບໃຫຍ່ ຂອງພັກເຮົາ ທີ່ມີບົດບາດ, ປະຫວັດຄວາມເປັນມາ ແລະ ອຸດົມການ ເພື່ອກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ, ທາດແທ້ຂອງພັກແມ່ນພັກທີ່ມີອຸດົມການເພື່ອປະເທດຊາດ ແລະ ເພື່ອປະຊາຊົນ ແລະ ພ້ອມທັງເຮັດໜ້າທີ່ສອງຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືໃນການພັດທະນາທ້ອງຖິ່ນຕົນໃນປັດຈຸບັນ. ພ້ອມດຽວກັນນັ້ນ ສະຫາຍຍັງຍົກໃຫ້ເຫັນຫຼາຍບັນຫາເປັນຕົ້ນ: ຫຼັກການລວມສູນຂອງພັກ, ຜົນປະໂຫຍດຂອງການເຂົ້າເປັນສະມາຊິກພັກ, ການວິເຄາະ ໄຈ້ແຍກກົນອຸບາຍຂອງມິດ ແລະ ສັດຕູຢ່າງຈະແຈ້ງສັດເຈນ.

ໃນຕອນທ້າຍ ສະຫາຍຍັງໄດ້ເນັ້ນບາງບັນຫາສໍາຄັນຕໍ່ກັບມະຫາຊົນທີ່ຈະຂະຫຍາຍເຂົ້າພັກຕື່ມອີກວ່າ: ຈົ່ງນໍາເອົາບັນດາບົດຮຽນທີ່ໄດ້ເຊື່ອມຊຶມໃນມື້ນີ້ໄປຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນການເມືອງ-ແນວຄິດໃຫ້ໜັກແໜ້ນ, ມີຄຸນສົມບັດ, ສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດໃຫ້ປອດໃສຂາວສະອາດ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນລຸ້ນຕໍ່ໄປ, ພ້ອມທັງເອົາໃຈໃສ່ປະຕິບັດບັນດາໜ້າວຽກທີ່ໄດ້ຮັບມອບມາຍໃຫ້ມີຜົນສໍາເລັດ ໃຫ້ໄດ້ກາຍເປັນສະມາຊິກພັກຜູ້ທີ່ດີເດັ່ນຕະຫຼອດໄປ ແລະ ພ້ອມກັນສ້າງເສດຖະກິດຄອບຄົວໃຫ້ມີຄວາມມັ່ງຄັ້ງເຂັ້ມແຂງ ແລະ ພົ້ນທຸກ, ກຸ້ມຢູ່ກຸ້ມກິນ, ເຫຼືອກິນເຫຼືອໃຊ້ ຕາມມາດຖານເງື່ອນໄຂຂອງດໍາລັດ 348 ຂອງລັດຖະບານໄດ້ກໍາໜົດໄວ້ຢ່າງແທ້ຈິງ, ຈາກນັ້ນ ກໍ່ໄດ້ມອບໃບຢັ້ງຢືນໃຫ້ມະຫາຊົນຜູ້ທີ່ເຂົ້າຮ່ວມອົບຮົມໃນຄັ້ງນີ້ຢ່າງເປັນທາງການດ້ວຍຜົນສໍາເລັດຢ່າງສະຫງ່າງາມ.

 

ຂຽນຂາວໂດຍ: ນາງ ອໍາໄພ ໄຊຍະເພັດ  ຄະນະໂຄສະນາອົບຮົມ ນະຄອນຫຼ-ວງພບະາງ.

ກວກແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa