ພິທີປະກາດການຈັດຕັ້ງ ຕາແສງວຽງທອງ ເມືອງວຽງຄຳ

ພິທີປະກາດການຈັດຕັ້ງ ຕາແສງວຽງທອງ ເມືອງວຽງຄຳ

ວັນທີ 8 ຕຸລາ 2026, ໄດ້ສໍາເລັດພິທີປະກາດການຈັດຕັ້ງ ຕາແສງວຽງທອງ ເມືອງວຽງຄໍາ ແຂວງຫຼວງພະບາງ ຂື້ນຢ່າງເປັນທາງການ ເຊິ່ງໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມ ຂອງໂຮງຮຽນ ມສ ວຽງທອງ,  ໃຫ້ກຽດເປັນປະທານໂດຍທ່ານ ສອນສັກ ສຸລິເສີມ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ຫົວຫນ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວຫນ້າ-ຮອງຫົວຫນ້າຫ້ອງການ, ແຂກຖືກເຊີນ, ພໍ່-ແມ່ປະຊາຊົນ, ນ້ອງນ້ອຍນັກຮຽນ ແລະ ຄະນະບ້ານ 15 ບ້ານທີ່ຂື້ນກັບຕາແສງ ວຽງທອງ ເຂົ້າຮ່ວມ.

ຕາແສງວຽງທອງປະກອບມີ: 15 ບ້ານ, ມີພົນລະເມືອງທັງໝົດ 7,467 ຄົນ, ຍິງ 3,372 ຄົນ: ມີເນື້ອທີທັງໝົດ 71,790 ເຮັກຕາ.

ໂອກາດດຽວກັນນັ້ນ ທ່ານ ເຊັ່ງ ຊົ່ງ, ກຳມະການພັກເມືອງ, ຫົວຫນ້າຫ້ອງວ່າການເມືອງ ກໍ່ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງວຽງຄໍາ ເລກທີ 69/ຄປພມ, ວັນທີ 30 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາ, ຮອງເລຂາ, ກຳມະການຄະນະບໍລິຫານງານພັກ, ປະທານ ແລະ ຮອງປະທານອົງຄະນະພັກຮາກຖານຕາແສງວຽງທອງ ແລະ ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ເລກທີ 258 /ຄປມ ວັນທີ 31 ກໍລະກົດ 2026 ວ່າດ້ວຍການແຕ່ງຕັ້ງ ປະທານຄະນະກໍາມະການຕາແສງວຽງທອງ. ເຊິ່ງໄດ້ແຕ່ງຕັ້ງ ສະຫາຍ ອຸ່ນເຮືອນ ສຸດທິດາ, ກຳມະການພັກເມືອງ ເປັນເລຂາຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ພັຕ ບຸນມີ ມິດທິເດດ ເປັນຮອງເລຂາ ຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ພົມ ສອນມາລາ, ສະຫາຍ ທອງດາ ພັນທະວົງ ແລະ  ສະຫາຍ ຮອ ບຸນຄຳ ອາລຸນໄຊ ເປັນກຳມະການ ຄະນະບໍລິຫານງານພັກຮາກຖານຕາແສງ, ພ້ອມນີ້ ຍັງໄດ້ປະກາດແຕ່ງ ຕັ້ງ ປະທານ-ຮອງປະທານກວດກາ ຄະນະບໍລິຫານງານພັກຮາກຖານຕາແສງ ແລະ ປະກາດການແຕ່ງຕັ້ງ ປະທານ-ຮອງປະທານ ຄະນະກຳມະການປົກຄອງຕາແສງ ວຽງທອງ.

ໃນຕອນທ້າຍພິທີ ປະທານໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງຕາແສງ ວຽງທອງ ຈົ່ງເອົາໃຈໃສ່ຜັນຂະ ຫຍາຍນິຕິກຳ, ເພີ່ມທະວີຄວາມຮັບຜິດຊອບໃນການບໍລິຫານລັດ-ບໍລິຫານເອກະສານ ເພື່ອເຮັດໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງລັດໄດ້ຢ່າງສະດວກ, ວ່ອງໄວ ແລະ ໂປ່ງໃສ, ພ້ອມທັງສືບຕໍ່ນໍາເອົາບັນດາເນື້ອໃນ ພາລະບົດ ບາດ ສິດ ແລະ ໜ້າທີ ຂອງຄະນະກໍາມະການປົກຄອງຕາແສງ ແລະ ຄວາມໝາຍຄວາມສຳຄັນຄັ້ງນີ້, ໄປຈັດຕັ້ງເຊື່ອມຊືມຢູ່ຮາກຖານແຕ່ລະບ້ານ ຕິດພັນກັບການສ້າງສາພັດທະນາ ແລະ ຊີວີດການເປັນຢູ່ຂອງປະຊາຊົນຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ທົ່ວເຖີງກັນ.

ພາບ-ຂ່າວ: ທ. ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa