ພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ
ຕອນເຊົ້າວັນທີ 10 ກັນຍາ 2025. ຢູ່ຫ້ອງປະຊຸ່ມຂອງເມືອງນໍ້າບາກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກ່ົາແຫ່ງຊາດລາວ ຄົບຮອບ 23 ປີ, ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ເຜີຍແຜ່ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2025. ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳສະໝອນ ເພັດດາລາ ຮອງເລຂາຄະນະບໍລິຫານງານພັກເມືອງ. ມີຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ລັດວິສາຫະກິດ, ຫົວໜ້າ-ຮອງໜ່ວຍສະຫະພັນນັກຮົບເກົ່າຮາກຖານ 8 ໜ່ວຍເທດສະບານ, ພະນັກງານອາວຸໂສບຳນານ ແລະ ນາຍບ້ານ 8 ບ້ານເທດສະບານເມືອງເຂົ້າຮ່ວມ, ມີຈຳນວນພົນເຂົາຮ່ວມທັງໝົດ 130 ທ່ານ, ຍິງ 28 ທ່ານ
ພິທີປາຖະກະຖາຄັ້ງນີ້ ປະທານ ໄດ້ຂຶ້ນປາຖະກະຖາເລົ່າມູນເຊື້ອວັນສຳຄັນດັ່ງກ່າວ ພ້ອມທັງເຜີຍແຜ່ລັດ ຖະທຳມະນູນ ແຫ່ງ ສປປ ລາວສະບັບປີ 2025. ໂດຍໃຫ້ຮູ້ເຖິ່ງຜົນງານພື້ນຖານປະຫວັດສາດ ແລະ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງນັກຮົບເກົ່າ, ໃນໄລຍະການຕໍ່ສູ້ກູ້ຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ.
ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາ, ກຳມະ ກອນ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຫວນຄືນລະນຶກເຖິ່ງວັນປະກາດໃຊ້ວັນລັດຖະທຳມະນູນແຫ່ງ ສປປ ລາວ ໂດຍແນ່ໃສ່ສ້າງຄວາມຮັບຮູ້ເຂົ້າໃຈຄວາມໝາຍສຳຄັນ ຂອງລັດຖະທຳມະນູນ ເປັນຕົ້ນແມ່ນສິດ ແລະ ພັນທະຂອງພົນລະເມືອງ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ໃຫ້ຍົກສູງສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມໃຫ້ສູງຂຶ້ນ, ພ້ອມກັນຈັດຕັ້ງໃຫ້ມີປະສິດທິພາບ ແລະ ເຂັ້ມງວດ ເພື່ອສ້າງໃຫ້ລັດເຮົາ ເປັນລັດທີຄຸ້ມຄອງດ້ວຍກົດໝາຍ ຢ່າງແທ້ຈິງ.
ຂ່າວໂດຍ: ທ.ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມ ເມືອງນໍ້າບາກ.