ຫຼວງພະບາງໄດ້ສືບຕໍ່ເປັນຈຸດໝາຍປາຍທາງການທ່ອງທ່ຽວອັນດັບໜຶ່ງຂອງລາວ
ໜັງສືພິມ ວຽງຈັນທາມສ; ລາຍງານໃຫ້ຮູ້ວ່າ ຫຼວງພະບາງໄດ້ສືບຕໍ່ເປັນຈຸດໝາຍປາຍທາງການທ່ອງທ່ຽວອັນດັບໜຶ່ງຂອງລາວ, ໂດຍມີນັກທ່ອງທ່ຽວຫຼາຍກວ່າ 2.4 ລ້ານຄົນເຂົ້າມາໃນ 08 ເດືອນຕົ້ນປີນີ້, ບັນລຸໄດ້ 84 ເປີເຊັນຂອງເປົ້າໝາຍປະຈຳປີ 2025 ຂອງແຂວງຫຼວງພະບາງ.
ຕາມການລາຍງານຂອງກົມວັດທະນະທຳ ແລະ ການທ່ອງທ່ຽວແຂວງຫຼວງພະບາງ, ຈຳນວນນັກທ່ອງທ່ຽວທັງໝົດນີ້ປະກອບມີນັກທ່ອງທ່ຽວພາຍໃນ 925,599 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 1.4 ລ້ານຄົນ.
ຕົວເລກນີ້ສະທ້ອນເຖິງການຟື້ນຟູຢ່າງຕໍ່ເນື່ອງຂອງພາກການທ່ອງທ່ຽວ, ໂດຍມີແຮງຢູ້ຈາກການປັບປຸງເສັ້ນທາງຄົມມະນາຄົມ ແລະ ການຮັບຮູ້ທີ່ເພີ່ມຂຶ້ນໃນສາກົນ ກ່ຽວກັບມໍລະດົກທາງດ້ານວັດທະນະທຳ ແລະ ທຳມະຊາດຂອງແຂວງ ຫຼວງພະບາງ.
ນອກຈາກນີ້ ລົດໄຟລາວ-ຈີນຍັງຄົງເປັນປັດໃຈສຳຄັນໃນການດຶງດູດນັກທ່ອງທ່ຽວຫຼາຍຂຶ້ນ, ໃນຂະນະທີ່ສາຍການບິນ ແລະ ບໍລິສັດຂົນສົ່ງລົດເມໄດ້ຂະຫຍາຍບໍລິການເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ.
ໃນນັ້ນ; ທາງແຂວງຫຼວງພະບາງ ກຳລັງເຮັດວຽກເພື່ອພັດທະນາໂຄງລ່າງພື້ນຖານ ແລະ ບໍລິການ ເພຶ້ອຕ້ອນຮັບເທດສະການທ່ອງທ່ຽວໃນລະດູໜ້າ, ໂດຍການສ້ອມແປງທາງ ແລະ ການປັບປຸງສິ່ງອຳນວຍຄວາມສະດວກ ເພື່ອຮັບປະ ກັນໃນການບໍລິການ-ການເດີນທາງທີ່ລຽບງ່າຍຂຶ້ນ.
ເມືອງມໍລະດົກໂລກແຫ່ງນີ້ໄດ້ຮັບຄວາມສົນໃຈຂອງໂລກ ຜ່ານການຈັດອັນດັບທີ່ມີເກດ, ລວມທັງການຖືກບັນ ຊີເຂົ້າໃນລາຍຊື່ 10 ຈຸດໝາຍປາຍທາງທີ່ດີທີ່ສຸດ ຂອງໂລກໂດຍ Travel and Tour World, ແລະ ຖືກຈັດອັນດັບໜຶ່ງໃນບັນຊີຂອງ Lonely Planet ສຳລັບ 22 ສະຖານທີ່ ທີ່ຕ້ອງໄປຢ້ຽມຢາມໃນອາຊີ.
ໂດຍ: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.