ຕາດກວາງຊີ ຕິດອັນດັບຊື່ດັງແຫຼ່ງທ່ອງທ່ຽວຂອງໂລກ
ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World 2025 ຜົນປະກົດອອກມາວ່າ ນໍ້າຕົກຕາດກວາງຊີ ແຂວງຫຼວງພະບາງ ສປປ ລາວ ຕິດຢູ່ໃນ 21 ນໍ້າຕົກ ທີ່ສວຍງາມທີ່ສຸດ ຈາກທົ່ວໂລກ.
- Victoria Falls, Zambia and Zimbabwe
- Havasu Falls, Arizona, U.S
- Angel Falls, Venezuela
- Dudhsagar Falls, India
- Yosemite Falls, California, U.S.
- Seljalandsfoss, Iceland
- Akaka Falls, Hawaii, U.S.
- Iguazú Falls, Argentina and Brazil
- Plitviče Waterfalls, Croatia
- Sutherland Falls, New Zealand
- Niagara Falls, U.S. and Canada
- Jog Falls, India
- Kawasan Falls, Philippines
- Kuang Si Falls, Laos
- Kaieteur Falls, Guyana
- Tegenungan Waterfall, Bali
- Bản Giốc Waterfall, Vietnam and China
- Jim Jim Falls, Australia
- Yumbilla Falls, Peru
- Rhine Falls, Switzerland
- Multnomah Falls, Oregon, U.S.
ນໍ້າຕົກຕາດກວາງຊີ ໄດ້ຈັດຢູ່ໃນລຳດັບທີ 14 ຂອງແຫຼ່ງທ່ອງທ່ຽວນໍ້າຕົກທີ່ສວຍງາມທີ່ສຸດໃນລກ, ໂດຍໃຊ້ເວ ລາປະມານ 50 ນາທີ ຂັບລົດໄປທາງໃຕ້ ຂອງນະຄອນ-ຫຼວງພະບາງ. ໃນລະດູຮ້ອນ ສີຂອງນໍ້າຕົກ ເປັນສີຟ້າ ມໍລະກົດ ທີ່ງົດງາມ ຕົກລົງເກາະກາຍກັນລົງມາ ເປັນຊັ້ນໆ, ສາມາດດຶງດູດນັກລອຍນ້ຳ, ນັກຖ່າຍຮູບ ແລະນັກຖ່າຍຮູບອິນສະຕາ ກຣາມ ທີ່ຢາກມາເບິ່ງສີສັນທີ່ໂດດເດັ່ນ ແລະລົງຫຼິ້ນໃນສະນ້ຳ (ວັງນໍ້າ) ທີ່ອ້ອມຮອບໄປດ້ວຍປ່າໄຜ່. ນ້ຳຕົກນີ້ ແອອັດໄປດ້ວຍນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແຕ່ກໍ່ຄຸ້ມຄ່າ ໃນການໄປທ່ຽວຊົມ.
ໂດຍ: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.