ຄະນະໂຄສະນາອົບຮົມແຂວງ ເປີດຊຸດອົບຮົມສະມາຊິກພັກໃຫມ່ ຊຸດທີ IV

ຄະນະໂຄສະນາອົບຮົມແຂວງ ເປີດຊຸດອົບຮົມສະມາຊິກພັກໃຫມ່ ຊຸດທີ IV

ຕອນເຊົ້າວັນທີ 17 ກັນຍາ 2025 ນີ້, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງຫລວງພະບາງ ໄດ້ຈັດພິທີເປີດຊຸດອົບຮົມໃຫ້ສະມາຊິກພັກໃຫມ່ ຊຸດທີ IV, ມາຈາກໜ່ວຍພັກບໍລິຫານໄຟຟ້າ, ໜ່ວຍພັກລະບົບສາຍສົ່ງພາກ     ເໜືອ ແລະ ໜ່ວຍພັກເຕັກນິກໄຟຟ້າ ທີ່ຂຶ້ນກັບຄະນະພັກຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ, ຈໍານວນ 21 ສະຫາຍ ຍິງ 09 ສະຫາຍ, ຊຸດຮຽນຄັ້ງນີ້ມີຄວາມສຳຄັນຢ່າງຍິ່ງ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແນວທາງນະໂຍບາຍ, ປະຫວັດຄວາມເປັນມາຂອງພັກ ແລະ ພາລະບົດບາດ ຂອງສະມາຊິກພັກ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ການຈັດຊຸດຮຽນຄັ້ງນີ້ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ເລຂານ໋ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫລວງພະບາງ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ບັນດາຂະແໜງການເຂົ້າຮ່ວມຢ່າງພ້ອມ ພຽງ.

ຈຸດປະສົງແມ່ນເພື່ອເຮັດໃຫ້ສະມາຊິກພັກໃຫມ່ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບການກໍາເນີດຂອງພັກປະຊາ ຊົນປະຕິວັດລາວໃນແຕ່ລະໄລຍະ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນພິລະອາດຫານ, ແນວທາງປ່ຽນແປງໃໝ່, ຍຸດທະສາດການພັດທະນາຂອງພັກ, ລວມທັງກົດລະບຽບ ແລະ ພາລະບົດບາດຂອງພັກໃນການຊີ້ນຳ-ນຳພາທົ່ວສັງຄົມ. ການຮ່ຳຮຽນເອກະສານສຳຄັນຂອງພັກ ແມ່ນມີຄວາມຈຳເປັນຢ່າງຍິ່ງຕໍ່ກັບສະມາຊິກພັກໃໝ່. ເພາະເອກະສານເຫຼົ່ານັ້ນ ແມ່ນຈຸດລວມຂອງແນວຄິດ, ອຸດົມການ, ທິດສະດີ, ປະສົບການ ການຕໍ່ສູ້ ແລະ ແນວທາງການນຳພາຂອງພັກຕະຫຼອດໄລຍະຜ່ານມາ. ເພື່ອເປັນການເສີມສ້າງຄວາມໜັກແໜ້ນດ້ານການເມືອງແນວຄິດ, ເຂົ້າໃຈຢ່າງເລິກເຊິ່ງເຖິງອຸ ດົມການສັງຄົມນິຍົມ ແລະ ແນວທາງປ່ຽນແປງໃໝ່ຂອງພັກ, ເຊິ່ງເປັນເຂັມທິດນຳພາທຸກການເຄື່ອນໄຫວ ແລະ ການຕັດສິນໃຈ.

ພ້ອມກັນນີ້, ຍັງຈະຊ່ວຍຍົກສູງຄວາມຮູ້ຄວາມສາມາດໃນການຈັດຕັ້ງປະຕິບັດ, ສາມາດນຳເອົາເນື້ອໃນຈິດໃຈ ຂອງເອກະສານດັ່ງກ່າວ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນ, ກາຍເປັນກຳລັງແຮງທີ່ສຳຄັນໃນການພັດທະ ນາຊຸມຊົນ ແລະ ອົງການຈັດຕັ້ງ. ການຮຽນຮູ້ເອກະສານ 4 ບົດ ຈະເສີມສ້າງຄວາມສັດຊື່ບໍລິສຸດຕໍ່ພັກ-ລັດ ແລະ ປະຊາ ຊົນ, ເຂົ້າໃຈເຖິງຄວາມເສຍສະຫຼະອັນສູງສົ່ງຂອງພັກ, ເຊິ່ງເປັນພື້ນຖານໃຫ້ແກ່ການສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ, ທັງເປັນການກະກຽມພ້ອມໃນການປະກອບສ່ວນເຂົ້າໃນໜ້າທີ່ວຽກງານສຳຄັນທີ່ພັກ-ລັດຈະມອບໝາຍໃຫ້.

ເນື້ອໃນເອກະສານສໍາລັບຊຸດອົບຮົມສະມາຊິກພັກໃຫມ່ ປະກອບມີ: ບົດເສີມຂະຫຍາຍມູນເຊື້ອຂອງພັກ, ຍົກສູງຄວາມສາມາດນໍາພາຂອງພັກ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ແລະ ບົດຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ. ແຕ່ລະບົດລ້ວນແຕ່ເປັນບົດທີ່ມີຄວາມໝາຍສຳຄັນຕໍ່ກັບການປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ການດຳ ລົງຊີວິດປະຈຳວັນ ແລະ ນຳໄປຝຶກຝົນຫຼໍຫຼອມຕົນເອງ ໃຫ້ມີແນວຄິດການເມືອງໜັກແໜ້ນ ຊຸດຝຶກອົບຮົມຄັ້ງນີ້ຈະໃຊ້ເວລາ 2 ວັນຈຶ່ງຈະສຳເລັດ.

ຂ່າວ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa