ພິທີປາຖະກະຖາ 2 ວັນສຳຄັນ ຂອງຊາດ-ຂອງພັກ

ຕອນເຊົ້າຂອງວັນທີ 18 ກັນຍາ 2025 ນີ້, ການນໍາຂອງເມືອງນານເຊິ່ງນໍາໂດຍສະຫາຍ ບົວສີ ພີມມະເສນ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງ-ເມືອງນານ ພ້ອມດ້ວຍຄະນະນຳຂັ້ນເມືອງ ໄດ້ຈັດພິທີວາງກະຕ່າດອກໄມ້ ແລະ ຈູດທູບທຽນບູຊາຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເພື່ອລະນຶກເຖິງຄຸນງາມຄວາມດີ ນັກຮົບປະຕິ ວັດ ທີ່ໄດ້ເສຍສະຫຼະເລືອດເນື້ຶອໃນພາລະກິດປະຕິວັດ ແລະ ຍຶດໝັ້ນຕໍ່ແນວທາງເພື່ອນໍາມາໝູນໃຊ້ເຂົ້າໃນວຽກງານໃຫ້ປະກົດຜົນເປັນຈິງ.


ໃນວັນດຽວກັນນີ້ ເວລາ 8:00 ໂມງ ກໍ່ໄດ້ມີພິທີປາຖະກະຖາຂຶ້ນ ຢູ່ທີສະໂມສອນຂອງເມືອງໂດຍການເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາ ໂດຍສະຫາຍ ບົວສີ ພີມມະເສນ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງໆນານ ເຂົ້າຮ່ວມມີປະທານ-ຮອງປະທານສະຫະພັນນັກຮົບເກົ່າເມືອງ,ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານນັກຮົບເກົ່າ ຕະຫຼອດຮອດພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.

ໃນພິທີ ປະທານ ໃຫ້ກຽດເລົ່າຄືນປະຫວັດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ເຊີ່ງໄດ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ 200 ກວ່າປີ ທີ່ລາວເຮົາໄດ້ຕົກເປັນຫົວເມືອງຂຶ້ນຂອງຈັກກະພັດ ປະ ຊາຊົນລາວບັນດາເຜົ່າໄດ້ຖືກຮຸກຮານ ເຮັດໃຫ້ປະຊາຊົນລາວປະເຊີນກັບຊະຕາກໍາຕົກທຸກໄດ້ຍາກ ປະເທດຊາດສູນເສຍຄວາມເປັນເອກະລາດ ແລະ ສູນເສຍຜືນແຜ່ນດິນອັນອຸດົມສົມບູນຮັ່ງມີ ສູນເສຍຄວາມເປັນເຈົ້າຕົນເອງ ປະຊາຊົນໄດ້ກາຍເປັນຂ້າທາດ ເປັນຂ້ອຍຂ້າມ້າໃຊ້ ໃຫ້ແກ່ຊາດອຶ່ນ ຍ້ອນສາເຫດດັ່ງກ່າວຈຶ່ງເກີດມີຂະບວນການລຸກຮື້ຂຶ້ນຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ເພື່ອຮຽກຮ້ອງຄືນຄວາມເປັນເອກະລາດແຫ່ງຊາດ ທວງເອົາສິດຄວາມເປັນເອກະພາບ ເປັນຕົ້ນແມ່ນຂະບວນການຕໍ່ສູ້ຂອງເຈົ້າຟ້າງຸ່ມ, ເຈົ້າສຸລິຍະວົງ ສາ ແລະ ເຈົ້າອານຸວົງ ຕະຫຼອດໄລຍະຂອງການຕໍ່ສູ້ທີ່ຜ່ານມານັ້ນ ແມ່ນຖືກປະລາໄຊ ຍ້ອນຂາດການຊີ້ນໍາ-ນໍາພາຂອງພັກ, ຈາກບົດຮຽນດັ່ງກ່າວ ພາຍຫຼັງພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ພາຍໃຕ້ການຊີ້ ນໍາ-ນໍາພາອັນສະຫຼາດສ່ອງໃສຂອງພັກ ຈຶ່ງເຮັດໃຫ້ການຕໍ່ສູ້ໄດ້ຮັບໄຊຊະນະ ພາຍຫຼັງພັກເຮົາໄດ້ຮັບໄຊຊະນະ ພັກຈຶ່ງໄດ້ວາງນະໂຍບາຍອັນຖືກຕ້ອງຊີ້ນໍາ-ນໍາພາປະຊາຊົນລາວທັງຊາດເຮັດສໍາເລັດພາລະກິດປະຕິວັດ ຕໍ່ສູ້ຍາດເອົາໄຊຊະນະຈາກພວກສັດຕູຜູ້ຮຸກຮານຢ່າງເດັດດ່ຽວ ເພື່ອປົດປ່ອຍປະເທດຊາດຄືນມາໄດ້ຢ່າງສົມບູນ ພາຍຫຼັງສົງຄາມໂລກຄັ້ງທີ 2 ໄດ້ສິ້ນສຸດລົງ ອົງການນັກຮົບເກົ່າສາກົນໄດ້ຮັບການສ້າງຕັ້ງຂຶ້ນ ຈາກນັ້ນກໍ່ໄດ້ມີການປະສານງານໄປຍັງອົງການທະຫານຜ່ານເສິກ ຂອງບັນດາປະ ເທດທີ່ເປັນພັນທະມິດ ມາຮອດວັນທີ 23 ຕຸລາ 1948 ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນເຊິ່ງມີ 7 ປະເທດເຂົ້າຮ່ວມ. ສະຫະພັນນັກຮົບເກົ່າມີໜ້າທີ່ຊ່ວຍໃຫ້ກົມການເມືອງສູນກາງພັກໃນການເກັບ ກໍາຄຸ້ມຄອງ ປະຕິບັດນະໂຍບາຍຕໍ່ບັນດານາຍ ແລະພົນທະຫານ, ນາຍ ແລະພົນຕໍາຫຼວດ ປະຕິ ບັດບໍານານ ຜູ້ທີ່ມີຄຸນງາມຄວາມດີ ໃນພາລະກິດຕໍ່ສູ້ກູ້ຊາດ ຈົນເຖິງປະຈຸບັນ. ພ້ອມດຽວກັນນີ້ປະທານ ກໍ່ຍັງໄດ້ປາຖະກະຖາເລົ່າຄືນມູນເຊື້ອວັນຍືດອໍານາດ ຄົບຮອບ 80 ປີ ວັນທີ 23 ສິງຫາ 1945-23 ສິງຫາ 2025 ແລະ ວັນຍືດອໍານາດ ຄົບຮອບ 50 ປີ ວັນທີ 23 ສິງຫາ 1975-23 ສິງຫາ 2025 ຕື່ມອີກ.

ຂ່າວໂດຍ: ຫຸມແພງ ສີດາໄລ, ຄະນະໂຄສະນາອົບຮົມເມືອງນານ