ພິທີປະຖາຖະກະຖາວັນສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ວັນຊາດແຫ່ງ ສສ ຫວຽດນາມ

ວັນທີ 19 ກັນຍາ 2025 ຜ່ານມາ ຢູ່ຫ້ອງປະຊຸມໃຫຍ່ ຂອງເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 23 ປີ (9/9/2002-9/9/2025) ແລະ ວັນຊາດແຫ່ງ ສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຄົຍຮອບ 80 ປີ (2/9/1945-2/9/2025). ໃຫ້ກຽດປາຖະກະຖາ ໂດຍແມ່ນທ່ານ ສົມວອນ ແກ້ວຄຳພອນ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງ, ມີບັນດາພະນັກງານອາວຸໂສບຳນານ ແລະ ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ພາຍໃນເມືອງເຂົ້າຮ່ວມ.

ການປະຖະກະຖາຄັ້ງນີ້ ເພື່ອໂຄສະນາເຜີຍແຜ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກ ງານ ແລະ ປະຊາຊົນບັນດາເຜົ່າຮັບຮູ້ ແລະ ເຊື່ອມຊຶມ ບັນດາຜົນງານທາງປະຫວັດສາດ ແລະ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກຄອມມິນິດຫວຽດນາມ ໃນການຕໍ່ສູ້ກູ້ຊາດ ໂດຍມີປະທານ ໂຮ່ຈີມິນ ເປັນຜູ້ນໍາ, ການປະຕິວັດເດືອນສິງຫາ ປີ 1945 ທີ່ປະສົບຜົນສຳເລັດ ໄດ້ເປີດບາດລ້ຽວທີ່ຍິ່ງໃຫຍ່ໃນປະຫວັດສາດຂອງຊາດຫວຽດນາມ. ເຫດການວັນທີ 2 ກັນຍາ 1945 ດ້ວຍການປະກາດສ້າງຕັ້ງປະເທດຫວຽດນາມ ປະຊາທິ ປະໄຕ ສາທາລະນະລັດ-ລັດປະຊາທິປະໄຕ ປະຊາຊົນ ທຳອິດໃນພາກພື້ນອາຊີຕາເວັນອອກສຽງໃຕ້-ໄດ້ສິ້ນສຸດລະບອບສັກດີນາຢ່າງຖາວອນ, ສິ້ນສຸດແອກປົກຄອງກວ່າ 80 ປີ. ຈາກນັ້ນ ເປັນຕົ້ນມາ, ຊາດຫວຽດນາມ ໄດ້ກ້າວເຂົ້າສູ່ຍຸກແຫ່ງເອກະລາດແຫ່ງຊາດ ຕິດກັບສັງຄົມນິຍົມ.

ເພື່ອປູກລະດົມເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ, ມູນເຊື້ອແຫ່ງຄວາມສາມັກຄີປອງດອງ, ມູນເຊື້ອແຫ່ງການສູ້ຮົບພິລະອາດຫານ ຂອງນັກຮົບເກົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ ຍູ້ແຮງຂະບວນການແຂງຂັນສ້າງຜົນງານດ້ານຕ່າງໆ. ຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດນັ້ນ ບັນດານັກຮົບເກົ່າທີ່ຍັງຫນຸ່ມໜ້ອຍກໍ່ໄດ້ດຳເນີນການສູ້ຮົບແຕ່ຫົວທີ, ທັງສູ້ຮົບ, ທັງຂົນຂວາຍປະຊາຊົນກໍ່ສ້າງຮາກຖານການເມືອງ, ທັງຫຼໍ່ຫຼອມກຳລັງຂອງຕົນ ຜ່ານວິວັດແຫ່ງການຕໍ່ສູ້ອັນລຳບາກທີ່ເຕັມໄປດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູ ຈົນຍາດໄດ້ໄຊຊະນະອັນໃຫຍ່ຫຼວງມາໃຫ້ປະເທດຊາດ, ມາຮອດວັນທີ 09 ກັນຍາ 2002 ສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຮັບການສ້າງຕັ້ງຂຶ້ນ ແລະມາຮອດປະຈຸບັນ ຄົບຮອບ 23 ປີພໍດີ.
ເຊິ່ງໃນແຕ່ລະປີ ຕ້ອງໄດ້ຈັດຕັ້ງພິທີປາຖະກະຖາ ເພື່ອເຮັດໃຫ້ລູກຫຼານທີ່ເກີດໃໝ່ໃຫຍ່ລຸນໄດ້ຮັບຮູ້, ກຳແໜ້ນຜົນງານປະຕິວັດ, ການຕໍ່ສູ້ຢ່າງມີໄຊ ແລະເປັນການເອກອ້າງທະນົງໃຈຜົນງານຂອງຮຸ່ນປູ່, ຮຸ່ນຍ່າ, ລຸງປ້າອາວອາ ທີ່ໄດ້ເສຍສະຫຼະຕໍ່ສູ້ຢ່າງພິລະອາດຫານ, ເດັດດ່ຽວ, ບໍ່ຍອມຈຳນົນ ເອົາຊີວິດເລຶອດເນື້ອ ແລກເອົາຄວາມເປັນເອກະລາດຂອງຊາດ, ນຳເອົາຄວາມສົມບູນພູນສຸກມາໃຫ້ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຈົນເຖິງທຸນວັນນີ້.

ຂ່າວ: ນາງ ໄຫວ ວິໄລສັກ, ຄະນະໂຄສະນາອົບຮົມເມືອງໂພນທອງ
ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ