ພິທີປາຖະກະຖາ 2 ວັນປະຫວັດສາດຂອງຊາດ-ຂອງພັກ ຂອງປະເທດເພື່ອນມິດ

ເມືອງຈອມເພັດ ແຂວງຫຼວງພະບາງ ຈັດພິທີປາຖະກະຖາ 2 ວັນປະຫວັດສາດ, ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ ແລະວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີຂື້ນໃນວັນທີ 25 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງເມືອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານພິທີ ຂອງທ່ານ ນາງ ຈັນດີ ເຢັ່ງວື ເລຂາຄະນະບໍລິຫານພັກເມືອງ, ສະມາຊິກສະພາປະຊາຊົນ ແຂວງຫຼວງພະບາງ, ປະທານສະມາຊິກສະພາປະຊາຊົນ ເຂດເລືອກຕັ້ງ ເມືອງຈອມເພັດ, ມີບັນດາການນຳຂອງເມືອງ ຫົວໜ້າຮອງຫົວໜ້າຫ້ອງການ, ຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ພາຍໃນເມືອງ ເຂົ້າຮ່ວມຮັບຟັງ.


ໃນພິທີ ສະຫາຍ ນາງ ສົມສະໝອນ ຄໍາສຸກສະຫວັດ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ໄດ້ໃຫ້ກຽດ ຂື້ນປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ, ເພິ່ໄດ້ຍົກໃຫ້ເຫັນເຖີງຄວາມໝາຍ, ຜົນງານ, ໄຊຊະນະ ແລະການເຕີບໃຫຍ່ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນໄລຍະ 23 ປີ ຜ່ານມາ, ການປະຕິບັດບົດບາດ, ສຶກສາອົບຮົມໃຫ້ສະມາຊິກນັກຮົບເກົ່າ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະສຶກສາອົບຮົມຄົນຮຸ່ນໜຸ່ມ, ຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໄສໃນການສ້າງຕັ້ງສະຫະພັນນັກຮົບເກົ່າ, ສະພາບແວດລ້ອມການສ້າງຕັ້ງສະຫະພັນນັກຮົມເກົ່າແຫ່ງຊາດລາວ, ພ້ອມດ່ຽວກັນນີ້ ທ່ານ ນາງ ຈັນດີ ເຢັ່ງວື ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນ ແຂວງຫຼວງພະບາງ, ປະທານສະມາຊິກສະພາປະຊາຊົນ ເຂດເລືອກຕັ້ງ ເມືອງຈອມເພັດ, ໄດ້ຍົກໃຫ້ເຫັນ ແລະຮັບຮູ້ ການປະຕິວັດເດືອນສິງຫາ ປີ 1945 ຢູ່ຫວຽດນາມ, ຜົນງານ 80 ປີແຫ່ງການກໍ່ສ້າງ ປົກປັກຮັກສາ ແລະພັດທະນາປະເທດຊາດ, ການປົກປ້ອງເອກະລາດ ອະທິປະໄຕ ການຮ່ວມມືເປັນເອກະພາບ ແລະຜືນແຜນດິນອັນຄົບຖ້ວນ ຂອງປະເທດຊາດຜົນປະໂຫດຍແຫ່ງຊາດ ຊົນເຜົ່າ ປົກປ້ອງພັກ-ລັດ ປະຊາຊົນ ແລະລະບອບສັງຄົມນິຍົມ, ຮັກສາຄວາມໝັ້ນຄົງແຫ່ງຊາດ ສະຖຽນລະພາບທາງດ້ານການເມືອງ, ສັງຄົມ ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພ ຂອງສັງຄົມ, ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ ເພື່ອສຸມໃສ່ການສ້າງ ສາ ແລະພັດທະນາປະເທດຊາດ ສສ ຫວຽດນາມ, ຍົກໃຫ້ເຫັນເຖີງ ມູນເຊື້ອ, ຜົນງານ ຂອງການພົວພັນຮ່ວມມືແບບພິເສດ ຫວຽດນາມ-ລາວ ໃນຊຸມປີຜ່ານມາ ແລະບາງທິດທາງກ່ຽວກັບການພົວພັນຮ່ວມມື ຫວຽດນາມ-ລາວໃນໄລຍະຕໍ່ໜ້າ.


ຂ່າວໂດຍ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມ ເມືອງຈອມເພັດ.