ນັກສຶກສາທິດສະດີການເມືອງຂັ້ນຕົ້ນ 3 ເດືອນ ຮຸ່ນທີ I ປີ 2025 ໄປທັດສະນະສຶກສາຢູ່ທີ່ໂຮງງານປະສານເຫຼົາ ແຂວງຫຼວງພະບາງ.

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ 3 ເດືອນ ຮຸ່ນທີ I ປີ 2025

ໄປທັດສະນະສຶກສາຢູ່ທີ່ໂຮງງານປະສານເຫຼົາ ແຂວງຫຼວງພະບາງ.

ໃນຕອນເຊົ້າ ວັນທີ 25 ກັນຍາ 2025 ເວລາ 08 ໂມງ 00 ນາທີ  ຄະນະໂຄສະນາອົບຮົມນະຄອນ-ຫຼວງພະບາງ ແລະ ໂຮງຮຽນການເມືອງ-ການປົດຄອງແຂວງຫຼວງພະບາງ ໃນນາມຄະນະຮັບຜິດຊອບຊຸດການຮຽນ ໄດ້ນໍາພາຂະ ບວນນັກສຶກສາທິດສະດີການເມືອງຂັ້ນຕົ້ນ 3 ເດືອນ ຮຸ່ນທີ I ປີ 2025 ໄປທັດສະນະສຶກສາຢູ່ທີ່ໂຮງງານປະສານເຫຼົ່າແຂວງຫຼວງພະບາງ, ນໍາພາຂະບວນການໂດຍ ສະຫາຍ ປອ ຄໍາເພັດ ແສງສຸລິລັດຕະນະ ຮອງອງຫົວໜ້າໂຮງຮຽນການເມືອງ-ການປົກແຂວງຫຼວງພະບາງ, ມີທ່ານ ນາງ ສຸທາ ທອງສະມຸດ ກໍາມະການພັກນະຄອນ, ຫົວໜ້າຄະນະໂຄ ສະນາອົບຮົມນະຄອນ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍຄູອາຈານ, ຄະນະຮັບຜິດຊອບຊຸດການຮຽນ ແລະ ນັກສຶກສາ 78 ສະຫາຍ, ຍິງ 32 ສະຫາຍ. ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ພັທ ພະນົມໄພ  ວົງລັດສະໝີ ຫົວໜ້າ ໂຮງງານປະສານເຫຼົ່າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ແລະ ພະນັກງານ-ສະມາຊິກພັກ ຂອງໂຮງງານດັ່ງກ່າວ, ພ້ອມທັງມີຄໍາເຫັນຕໍ່ພິທີວ່າ ໂຮງງານຂອງພວກເຮົາ ມີມູນເຊື່ອໃນການຕ້ອນຮັບຫຼາຍໆສະຖາບັນທີ່ສະເໜີເຂົ້າມາທັດສະນະຢ້ຽມຢາມແລກປ່ຽນບົດຮຽນ ແລະ ໄດ້ຊີ້ແຈງຕໍ່ບັນດານັກສຶກສາພວກເຮົາໃຫ້ມີສະຕິຕໍ່ລະບຽບຂອງໂຮງງານທີ່ໄດ້ກໍານົດໃຫ້ເຂັມງວດ

ໃນພິທີທີ່ເຕັມໄປດ້ວຍຄວາມມາຍຄວາມສໍາຄັນນັ້ນ ສະຫາຍ ນາງ ສຸທາ ທອງສະມຸດ ກໍາມະການພັກນະຄອນ, ຫົວໜ້າຄະນະໂຄສະນາອົບຮົມນະຄອນ ສະມາຊິກສະພາປະຊາຊົນແຂວງ, ຕາງໜ້າຄະນະຮັບຜິດໄດ້ຂຶ້ນຜ່ານສະ ພາບລວມໂດຍຫຍໍ້ກ່ຽວກັບຜົນສໍາເລັດໃນຫຼັກສູດການຮຽນໃນໄລຍະ 3 ເດືອນຜ່ານມາ ເຫັນວ່າການຈັດຕັ້ງປະຕິບັດການຮຽນ-ການສອນຕາມຫຼັກສູດ ບວກກັບການທັດສະນະສຶກສາໃນປັດຈຸບັນແມ່ນບັນລຸໄດ້ 95%, ໃນການທັດສະນະຄັ້ງນີ້ແມ່ນຈຸດປະສົງເພື່ອນແລກປ່ຽນບົດຮຽນ, ເກັບກໍາຂໍ້ມູນປະກອບເຂົ້າບົດລາຍງານຂອງນັກສຶກສາໃນຫຼັກສູດການຮຽນຂອງໂຄງການຍົກລະດັບທິດສະດີການເມືອງ-ການປົກຄອນຂັ້ນຕົ້ນ 3 ເດືອນ ຂອງນະຄອນ-ຫຼວງພະບາງ ຮຸ່ນທີ I ປີ 2025 ແລະ ສະຫາຍ ພຕ ຄໍາໃສ ມິ່ງຈໍາປາບານ ຫົວໜ້າພະແນກແຜນການ-ສັງລວມ ໄດ້ຕາງໜ້າຂຶ້ນຜ່ານສະພາບ ລວມໂດຍຫຍໍ້ຂອງໂຮງງານ, ໂຮງງານປະສານເຫຼົ່າໄດ້ສ້າງຕັ້ງຂື້ນໂດຍການເຊັນສັນຍາຮ່ວມມືລະຫວ່າງ ລັດຖະບານລາວ ກັບ ອາດີດລັດຖະບານສະຫະພາບໂຊວຽດໃນເມື່ອກ່ອນ, ມີ 11 ພະແນກການຂື້ນກັບມຄື: ພະແນກແຜນການ-ສັງລວມພະແນກການເມືອງ, ພະແນກຜະລິດເຄື່ອງປະດັບຍົດ, ພະແນກຜະລິດເຄື່ອງເຮືອນຄົວ, ພະແນກຮັບປະກັນ, ພະແນກເຕັກນິກ, ພະແນກສ້ອມແປງລົດ, ພະແນກຈັກກົນ, ພະແນກສ້ອມແປງອາວຸດ, ພະແນກພະລາ, ພະແນກຜະລິດໄມ້ປະດັບ-ສັງກະສີ.

ສະຫາຍ ປອ ຄໍາເພັດ ແສງສຸລິລັດຕະນະ ຮອງອງຫົວໜ້າໂຮງຮຽນການເມືອງການປົກແຂວງຫຼວງພະບາງ ໄດ້ເນັ້ນໃຫ້ນັກສຶກສາ ຈົ່ງພ້ອມກັນເກັບກໍາບັນດາຂໍ້ມູນທີ່ເຫັນວ່າມີຄວາມສໍາຄັນຕໍ່ກັບການຂຽນບົດລາຍງານ ໃຫ້ມີຜົນສໍາເລັດຕາມແຜນການທີ່ກໍານົດໄວ້.

ພ້ອມດຽວກັນນັ້ນນັກສຶກສາກໍ່ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການຜະລິດວັດຖຸຕ່າງໆທີ່ຢູ່ພາຍໃນໂຮງງານປະສານເຫຼົ່າດ້ວຍບັນຍາກາດຝົດຟືນ.

ໃນພິທີແລກປ່ຽນບົດຮຽນທີ່ເຕັມໄປດ້ວຍການຕ້ອນຮັບອັນອົບອຸ່ນ ແລະ ໃນຕອນທ້າຍພິທີທາງຄະນະຮັບຜິດຊອບ, ຄູອາຈານ ແລະນັກສຶກສາໄດ້ມອບຂອງທີ່ລະນຶກ ໃຫ້ແກ່ໂຮງງານປະສານເຫຼົ່າແຂວງຫຼວງພະບາງ ພ້ອມຖ່າຍພາບລວມ ແລະ ທ່ຽວຊົມສະຖານທີ່ການຜະລິດສິ່ງຂອງຕ່າງໆຢູ່ພາຍໃນໂຮງງານ.

ຂຽນຂ່າວ ແລະ ຖ່າຍພາບໂດຍ: ນາງ ອໍາໄພ ໄຊຍະເພັດ  ຄະນະໂຄສະນາອົບຮົມ ນະຄອນ-ຫຼວງພບະາງ.

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa