ຄະນະບໍລິຫານງານພັກແຂວງ ຫຼວງພະບາງ ວາງພວງມາລາ ແລະກະຕ່າດອກໄມ້ ຢູ່ອະນຸສາວະລີ 3 ຈຸດ

ຄະນະບໍລິຫານງານພັກແຂວງ ຫຼວງພະບາງ ວາງພວງມາລາ ແລະກະຕ່າດອກໄມ້ ຢູ່ອະນຸສາວະລີ 3 ຈຸດ

ຕອນເຊົ້າ ວັນທີ 28 ກັນຍາ 2025 ຄະນະບໍລິຫານງານພັກແຂວງຫຼວງພະບາງ ຊຸດທີ VIII ນໍາພາໂດຍ ສະຫາຍ ຄໍາຂັນ ຈັນທະວິສຸກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຂົ້າວາງພວງມາລາ ຢູ່ອະນຸສາວະລີ ນັກຮົບນິລະນາມ, ວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ, ເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຫຼວງພະບາງ ຄັ້ງທີ IX ເພື່ອສະ ແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນດານັກຮົບ, ວິລະຊົນແຫ່ງຊາດ, ພະນັກງານການນໍາຮຸ່ນກ່ອນ, ຜູ້ທີ່ເສຍສະຫຼະຊີວິດ-ເລືອດເນື້ອ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ທີ່ແສນລໍາບາກ-ຍາວນານ, ເພື່ອປົດປ່ອຍປະເທດຊາດ ແລະ ນຳພາປະຊາຊົນລາວ ອອກຈາກການປົກຄອງຂອງພວກສັດຕູ ຈົນໄດ້ຮັບໄຊຊະນະຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງສະງ່າອົກອາດ ໃນວັນທີ 2 ທັນວາ 1975,

ໂອກາດດຽວກັນນີ້ ສະຫາຍເລຂາພັກແຂວງ ຍັງໄດ້ນໍາພາຄະນະຜູ້ແທນກອງປະຊຸມໃຫຍ່ ແລະ ບັນດາແຂກຖືກເຊີນເຂົ້າທ່ຽວຊົມການວາງສະແດງຮູບພາບຂອງແຕ່ລະຂົງເຂດວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນຊ່ວງໄລຍະ 5 ປີ ຜ່ານມາ ພ້ອມທັງເລາະເບິ່ງສິນຄ້າ ແລະ ຜະລິດຕະພັນ ຂອງແຂວງ ດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.

ຂ່າວ: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa