ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຫຼວງພະບາງ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຫຼວງພະບາງ ຄັ້ງທີ IX ໄດ້ໄຂຂຶ້ນໃນ ວັນທີ 29 ກັນຍາ 2025, ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມ ຂອງສະຫາຍ ຄຳພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ປະທານຄະນະກຳມະການກວດກາພັກ-ລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂອງສູນກາງ, ສະຫາຍ ສຈ ປອ ນາງ ວຽງທອງ ສີພັນດອນ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສານປະຊາຊົນສູງສຸດ, ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ, ມີສະຫາຍ ດອນ ໄພວົງ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນ, ນັກປະຕິວັດອາວຸໂສບຳນານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ສະຫາຍ ຄຳຂັນ ຈັນທະວີສຸກ, ໄດ້ມີຄຳເຫັນກ່າວໄຂກອງປະຊຸມວ່າ: ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວອົງຄະນະພັກ ແຂວງຫຼວງພະບາງ ຄັ້ງທີ IX ນີ້, ແມ່ນການປະຕິບັດຢ່າງເຄັ່ງຄັດຕໍ່ກົດລະບຽບຂອງພັກ ກໍຄືຫຼັກການ ແລະ ທິດນຳ ຂອງການກໍ່ສ້າງພັກໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ໃນຊຸມປີຜ່ານມາ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ຊາວແຂວງຫຼວງພະບາງ ໄດ້ອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ສ້າງຂະບວນການດ້ານຕ່າງໆ ຢ່າງຟົດຟື້ນ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງຕົນ, ຜົນສໍາເລັດທີ່ສ້າງມາໄດ້ນັ້ນ ແມ່ນມີຄວາມໝາຍສໍາຄັນ ເຊິ່ງໄດ້ເຮັດໃຫ້ມີການປ່ຽນແປງ ແລະ ພັດທະນາດ້ານຕ່າງໆ ເດັ່ນຊັດຂຶ້ນ ເປັນຕົ້ນແມ່ນ ແຂວງຫຼວງພະບາງສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມ ໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການຜະລິດ ແລະ ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ. ພວກເຮົາໄດ້ດໍາເນີນຊີວິດການ ເມືອງ ແລະ ປົວແປງພາຍໃນພັກ ນັບແຕ່ຂັ້ນຮາກຖານຮອດຂັ້ນແຂວງ, ໄດ້ຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຈິດໃຈສ້າງສັນ, ຄວາມສາມັກຄີພາຍໃນພັກຢ່າງເປັນປຶກແຜ່ນແໜ້ນໜາ, ການດໍາເນີນຊີວິດການເມືອງ ໄດ້ຕິດພັນກັບການເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງພາຍໃນພັກ ແລະ ທົ່ວສັງຄົມ ເຂົ້າໃນການປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ແລະ ທາບທາມບຸກຄະລາກອນເຂົ້າໃນກອງປະຊຸມໃຫຍ່ຄັ້ງນີ້, ໜ້າທີ່ສໍາຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງຫຼວງພະບາງ 5 ປີຜ່ານມາ ແລະ ພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານ ເພື່ອເປັນການເສີມສ້າງໃນການປົກປັກຮັກສາ ແລະ ພັດທະນາແຂວງຫຼວງພະບາງ ແຕ່ນີ້ຮອດປີ 2030.



ກອງປະຊຸມໃຫຍ່ ຍັງຈະໄດ້ປະຕິບັດໜ້າທີ່ອັນສໍາຄັນໃນການເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດທີ IX ເພື່ອສືບຕໍ່ນໍາພາ-ຊີ້ນໍາ ແຂວງຫຼວງພະບາງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ດ້ວຍຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງກວ່າເກົ່າ ແລະ ກອງປະຊຸມໃຫຍ່ ຈະໄດ້ເລືອກຕັ້ງເອົາຜູ້ແທນທີ່ເປັນຕົວແທນໃຫ້ແກ່ອົງຄະນະພັກ ແຂວງຫຼວງພະບາງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ; ພິເສດ ກອງປະຊຸມໃຫຍ່ ຍັງຈະໄດ້ຮັບຟັງການໂອ້ລົມ ຂອງສະຫາຍ ຄຳພັນ ພົມມະທັດ ເຊິ່ງຈະກາຍເປັນທິດຊີ້ນໍາ ອັນສໍາຄັນໃຫ້ແກ່ອົງຄະນະພັກ ແຂວງຫຼວງພະບາງ ໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ກໍຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເກີດຜົນເປັນຈິງ. ກອງປະຊຸມໃຫຍ່ ຈະໄດ້ດໍາເນີນ ເປັນເວລາ 2 ວັນຈຶ່ງສໍາເລັດ.


ຂ່າວໂດຍ: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ