ງານສໍາມະນາ ວິຊາການ ພາຍໃຕ້ຫົວຂໍ້ ‘‘ການອະນຸຮັກມໍຣະດົກໂລກ ແລະການພັດທະນາການທ່ອງທ່ຽວວັດທະນະທຳ ແບບຢືນຍົງ’’

ພະແນກວັດທະນະທໍາ ແລະການທ່ອງທ່ຽວ ແຂວງຫຼວງພະບາງ (ວທຂ) ຂະແໜງຄຸ້ມຄອງ ມໍຣະດົກໂລກ ຫຼວງພະບາງ ໄດ້ຈັດງານສໍາມະນາ ວິຊາການ ພາຍໃຕ້ຫົວຂໍ້ ‘‘ການອະນຸຮັກມໍຣະດົກໂລກ ແລະ ການພັດທະນາການ ທ່ອງທ່ຽວວັດທະນະທຳ ແບບຢືນຍົງ’’ ຂື້ນໃນວັນທີ 6 ຕຸລາ 2025 ທີ່ພະແນກ ວທ ແຂວງ ໂດຍມີທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ , ທ່ານ ປອ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ວທ, ມີຜູ້ຕາງໜ້າຈາກ ກົມຄຸ້ມຄອງມໍລະດົກ ພ້ອມດ້ວຍ ນັກວິທະຍາກອນ, ສໍາມະນາກອນ, ຊ່ຽວຊານ ແລະ ແຂກທີ່ຖືກເຊີນຈາກສູນກາງ, ແຂວງຫຼວງພະບາງ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມ.

ງານສໍາມະນາຄັ້ງນີ້ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງ ຫຼວງພະບາງ ໄດ້ເປັນກຽດຂື້ນກ່າວເປີດງານ ເຊິ່ງທ່ານ ກໍໄດ້ຍົກໃຫ້ເຫັນສະພາບລວມຂອງແຂວງ ແລະເງື່ອນໄຂ ທີ່ຫຼວງພະບາງ ໄດ້ເຂົ້າເປັນເມືອງມໍຣະດົກໂລກ ,ໂດຍນະຄອນ ຫຼວງພະບາງ ເປັນນະຄອນຫຼວງເກົ່າແກ່ຂອງປະເທດລາວ ໃນສະໄໝອານາຈັກລາວລ້ານຊ້າງ ຕັ້ງຢູ່ຈຸດພົບກັນລະຫວ່າງແມ່ນ້ຳຂອງ-ແມ່ນ້ຳຄານ ແລະ ອ້ອມລ້ອມໄປດ້ວຍບັນດາສາຍພູທີ່ມີປ່າໄມ້ຂຽວສົດງົດງາມ, ມີພູສີທີ່ສັກສິດຕັ້ງຢູ່ໃຈກາງຕົວເມືອງ, ໂຄງສ້າງຕົວເມືອງ ແລະ ອາຄານບູຮານເກົ່າແກ່ທີ່ໂດດເດັ່ນໄດ້ຖືກຈັດວາງຢ່າງເປັນລະບົບ ກົມກືນກັບວິຖີຊີວິດ, ຮີດຄອງປະເພນີ ທີ່ບັນພະບູລຸດລາວໄດ້ສ້າງມາ. ດ້ວຍເຫດຜົນດັ່ງກ່າວໃນ ປີ 1995 ເມືອງຫຼວງພະບາງ ກໍ່ຄືນະຄອນ ຫຼວງພະບາງ ໃນປັດຈຸບັນ ຈຶ່ງໄດ້ຖືກບັນທຶກເຂົ້າເປັນເມືອງມໍຣະດົກໂລກ ທາງດ້ານວັດທະນະທໍາ ຂອງ ສປປ ລາວ ແຫ່ງທໍາອິດ ປີນີ້ພໍດີຄົບຮອບ 30 ປີ.

ຕະຫຼອດໄລຍະ 30 ປີ ຂອງການເປັນເມືອງມໍຣະດົກໂລກ ພັກ-ລັດຖະບານ ໂດຍສະເພາະ ອົງການປົກຄອງແຂວງ, ນະຄອນ ຫຼວງພະບາງ, ເມືອງຈອມເພັດ ຕະຫຼອດຮອດການຈັດຕັ້ງບ້ານແຕ່ລະບ້ານ ແລະປະຊາຊົນທ້ອງຖິ່ນ ໄດ້ຕັ້ງໜ້າເອົາໃຈໃສ່ ປົກປັກຮັກສາ, ຄຸ້ມຄອງ, ແລະ ອະນຸລັກ ມໍຣະດົກໂລກແຫ່ງນີ້ ໄດ້ຄົງຄຸນຄ່າ ແລະ ຍືນຍົງ. ບັນ ດາວັດວາອາຮາມ, ອາຄານເກົ່າແກ່, ທິວທັດທໍາມະຊາດ, ວັດທະນະທໍາ, ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະໄດ້ຖືກປົກປັກຮັກສາ ແລະ ສົ່ງເສີມ ສອດຄ່ອງຕາມສົນທິສັນຍາ 1972 ອຸຍແນັດສະໂກ ວ່າດ້ວຍການອະນຸລັກມໍຣະດົກ ທາງດ້ານວັດທະນະທໍາ ແລະ ທໍາມະຊາດ ເຮັດໃຫ້ຫຼວງພະບາງ ກາຍເປັນເມືອງທີ່ມີຊື່ສຽງ ດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບລາງວັນຫຼຽນຄຳ ເມືອງທ່ອງທ່ຽວຍອດນີຍົມ, ລາງວັນນາມ ມະຍົດເມືອງສິ່ງແວດລ້ອມຍືນຍົງ, ເປັນເມືອງປອດຄວັນຢາສູບຂອງອາຊຽນ ແລະ ໄດ້ຮັບລາງວັນ ໜຶ່ງໃນຮ້ອຍເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກ ໃນປີ 2024 ເຊິິ່ງໄດ້ສ້າງເງື່ອນໄຂທີ່ດີແກ່ການພັດທະ ນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ, ການພົວພັນຮ່ວມມື, ຍາດແຍ່ງທຶນຮອນ ແລະ ແລກປ່ຽນດ້ານຕ່າງໆ ເຮັດໃຫ້ບົດບາດຂອງແຂວງ ກໍ່ຄືຂອງ ສປປລາວ ໄດ້ພົ້ນເດັ່ນຂຶ້ນໃນຂົງເຂດພາກພື້ນ ແລະ ເວທີສາກົນ. ຄຽງຄູ່ກັບບັນ ດາດ້ານຕັ້ງໜ້າທີ່ກ່າວມາຂ້າງເທີງ ຍັງມີສິ່ງທ້າທາຍໂດຍທາງກົງ ແລະ ທາງອ້ອມຫຼາຍຢ່າງ ໂດຍສະເພາະ ຕົວເມືອງມໍ ຣະດົກໂລກນັບມື້ນັບຖືກກົດດັນຈາກການພັດທະນາ, ມີຫຼາຍກິດຈະການເກີດຂຶ້ນທີ່ຂັດກັບລະບຽບເປັນຕົ້ນແມ່ນ ບັນຫາການບູລະນະສ້ອມແປງ, ການປຸກສ້າງ-ຕໍ່ເຕີມ, ການຕິດຕັ້ງປ້າຍໂຄສະນາ, ການສັນຈອນ, ສິ່ງແວດລ້ອມ, ນໍ້າເປື້ອນ ແລະ ບັນຫາຄວາມແອອັດຂອງຕົວເມືອງນັບມື້ນັບເພີ່ມຂຶ້ນ.

ກອງປະຊຸມສໍາມະນາຄັ້ງນີ້ ເພື່ອໃຫ້ແຕ່ລະພາກສ່ວນໄດ້ມີຄວາມຮັບຮູ້-ເຂົ້າໃຈ ຕໍ່ວຽກງານອະນຸລັກ ເມືອງມໍຣະດົກໂລກ ໄດ້ມີໂອກາດແລກປ່ຽນທາງດ້ານວິຊາການ ກ່ຽວກັບການອະນຸລັກ ແລະ ນໍາໃຊ້ທ່າແຮງຂອງມໍຣະດົກທາງດ້ານວັດທະນະທໍາ ເພື່ອປະກອບສ່ວນເຂົ້າໃນການພັດທະນາການທ່ອງທ່ຽວແບບຍືນຍົງ, ພັດທະນາ ແລະ ສົ່ງ ເສີມການທ່ອງທ່ຽວ, ພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຖືກຕ້ອງ ສອດຄ່ອງໄປຕາມທິດທີ່ພັກ ແລະ ລັດ ຖະບານ. ເຊິ່ງກອງປະຊຸມສໍາມະນາຄັ້ງນີ້ ຈະໄດ້ຈັດຂຶ້ນເປັນເວລາ 1 ຕອນ ແລະ ຈະໄດ້ຮັບຟັງການນຳສະເໜີ 05 ຫົວຂໍ້ ທີ່ກ່ຽວຂ້ອງກັບການອະນຸລັກ ມໍຣະດົກໂລກ ເພື່ອການທ່ອງທ່ຽວທີ່ຍືນຍົງ.

ໃນເວທີສໍາມະນາດັ່ງກ່າວ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີບັນດາຫົວຂໍ້ຕ່າງໆ, ເປັນຕົ້ນແມ່ນ ການປົກປັກຮັກສາ ມໍຣະດົກໂລກ ຫຼວງພະບາງ ຕະຫຼອດໄລຍະ 30 ປີ, ມໍຣະດົກໂລກ ໃນ ສປປ ລາວ, ການພັດທະນາທີຍຶນຍົງຂອງວັດທະນະທໍາ, ແນວທາງການພັດທະນາ ທາງກາຍຍະພາບ ບ້ານນາຍາງໃຕ້ ເມືອງນໍ້າບາກ ເພື່ອການ ທ່ອງທ່ຽວ ແບບຍຶນຍົງ, ພ້ອມທັງແລກປ່ຽນບົດຮຽນ ແລະປຶກສາສາຫາລືຕໍ່ວຽກງານປົກປັກຮັກສາ, ອະນຸລັກມໍຣະດົກໂລກ ແລະ ການພັດທະນາການທ່ອງທ່ຽວຕິດພັນ ກັບການອະນຸລັກ ມໍຣະດົກໂລກ ທີ່ຍືນຍົງ. ນອກນັ້ນ ຍັງຈະໄດ້ໄປຢ້ຽມຊົມ ຕົວເມືອງມໍຣະດົກໂລກ ເຊັ່ນ: ຫໍພິພິທະພັນແຫ່ງຊາດຫຼວງພະບາງ, ເຮືອນຊຽງມ່ວນ, ວັດຊຽງທອງ ແລະ ສວນປາກຄານ.

ຂ່າວ: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ