ຈັດພິທີປະກາດແຕ່ງຕັ້ງປະທານ, ຮອງປະທານຄະນະກໍາມະການປົກຄອງເມືອງ
ແລະອປະກາດກົງຈັກການຈັດຕັ້ງ ຂອງເມືອງຈອມເພັດ

ວັນທີ 9 ຕຸລາ 2025, ຢູ່ສະໂມສອນ ຂອງເມືອງຈອມເພັດ ໄດ້ມີພິທີປະກາດແຕ່ງຕັ້ງປະທານ, ຮອງປະ ທານຄະນະກຳມະການປົກຄອງເມືອງ ແລະ ປະກາດການຈັດຕັ້ງຂັ້ນເມືອງຈອມເພັດ ແຂວງຫຼວງພະບາງ ຂື້ນຢ່າງເປັນທາງການ ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ຄຳຄ່ອງ ພົມມະປັນຍາ ຄະນະປະຈຳພັກແຂວງ, ຫົວໜ້າ ຄະນະຈັດຕັ້ງ ແຂວງຫຼວງພະບາງ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການທີ່ກ່ຽວຂ້ອງ ແລະການນໍາທີ່ມາຈາກພະແນກການຂອງແຂວງ-ເມືອງອ້ອມຂ້າງເຂົ້າຮ່ວມ.

ໃນພິທີ ສະຫາຍ ນາງ ສົມສະໝອນ ຄຳສຸກສະຫວັດ ຮອງເລຂາພັກເມືອງ ຫົວໝ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງຄະນະປະຈຳພັກແຂວງ, ວ່າດ້ວຍການປະກາດແຕ່ງຕັ້ງປະທານ, ຮອງປະທານຄະນະກຳມະ ການປົກຄອງ ເມືອງຈອມເພັດ, ຕົກລົງແຕ່ງຕັ້ງ ສະຫາຍ ສອນເພັດ ພົງສຸທິ ເປັນປະທານຄະນະກໍາມະການປົກຄອງເມືອງຈອມເພັດ ແລະ ແຕ່ງຕັ້ງ ສະຫາຍ ສົມສິດ ບຸນທອງສີ ແລະ ສະຫາຍ ວິລະພົງ ພົງດາລາ ປັນຮອງປະທານຄະນະກຳມະການປົກຄອງ ເມືອງຈອມເພັດ.

ຈາກນັ້ນພິທີໄດ້ຜ່ານມະຕິຂອງສະພາປະຊາຊົນແຂວງ ເລກທີ 14 / ສພຂ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ນະຄອນ ແລະ ເມືອງ ພາຍໃນແຂວງຫຼວງພະບາງ, ຜ່ານຄຳສັ່ງ ຂອງຄະນະປະຈຳພັກເມືອງວ່າດ້ວຍການຍຸບ ບັນດາໜ່ວຍພັກຫ້ອງການທີ່ຖືກຍຸບໂຮມ ແລະ ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກໃໝ່ ພ້ອມທັງຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ, ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງ ພ້ອມທັງຍົກຍ້າຍບ່ອນປະຈຳການຂອງພະນັກງານລັດຖະ ກອນ ໄປຂຶ້ນກັບບັນດາຫ້ອງການທີ່ມີການຍຸບໂຮມເຂົ້າກັນ ແລະ ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຫ້ອງການ, ພ້ອມນີ້ຍັງໄດ້ມີການເຊັນບົດບັນທຶກມອບ-ໂອນວຽກບັນດາຫ້ອງ ການທີ່ຍຸບໂຮມເຂົ້າກັນ ແລະ ວຽກງານຖະແຫຼງຂ່າວໄປຂືຶ້ນກັບຄະນະໂຄສະນາອົບຮົມເມືອງ.


ໃນຕອນທ້າຍ ພິທີ ຍັງໄດ້ຮັບຟັງການໂອ້ລົມຂອງປະທານຕື່ມອີກ.
ຂ່າວໂດຍ: ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມ ເມືອງຈອມເພັດ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ