ການນຳຂອງແຂວງຫຼວງພະບາງ ເຂົ້າຮ່ວມພິທີສະເຫີມສະຫຼອງ
ວັນສ້າງຕັ້ງແຂວງເຊີນລາ ຄົບຮອບ 130 ປີ

ໃນລະຫວ່າງວັນທີ 10-12 ຕູລາ 2025 ນີ້ ຄະນະຜູ້ແທນສະຖານທູດລາວ ປະຈໍາຫວຽດ ນາມ, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາຫຼວງພະບາງ, ການນຳຂັ້ນແຂວງ ພ້ອມດ້ວຍຄະນະຜູ້ແທນແຂວງຫຼວງພະບາງ ນຳໂດຍ ສະຫາຍ ຄຳຫລ້າ ລຽນປະດິດ ຮອງເລຂາພັກແຂວງຫຼວງພະບາງ ແລະ ຄະນະຜູ້ແທນ 08 ແຂວງ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກິດຈະກໍາງານບູນວັດ ທະນະທໍາບັນດາເຜົ່າຢູ່ແຂວງເຊິນລາ ສສ ຫວຽດນາມ ທີ່ເດີນສະໜາມຫຼວງ ໄຕບັກ ເນື່ອງໃນໂອ ກາດງານເຫີມສະຫຼອງວັນສ້າງຕັ້ງແຂວງເຊີນລາ ຄົບຮອບ 130 ປີ.


ຈາກນັ້ນຄະນະຜູ້ແທນລາວໄດ້ເຂົ້າພົບປະການນໍາ ຂອງແຂວງເຊີນລາ (ທີ່ຫ້ອງປະຊຸມຄະ ນະບໍລິຫານງານພັກແຂວງ, ຊັ້ນ 2). ຄະນະພັກແຂວງເຊີນລາເຂົ້າຮ່ວມ: ໂດຍມີ ຜູ້ປະຈໍາການ ຄະ ນະພັກແຂວງ; ຕາງໜ້າບັນດາອົງການຊ່ວຍວຽກພັກແຂວງ; ຄະນະປະຈໍາສະພາປະຊາຊົນແຂວງ ໂດຍ ສະຫາຍ ຫງວຽນ ມິງຕ້ຽນ ຮອງປະທານຄະນະກໍາມະການປະຊາຊົນແຂວງ; ພະນັກງານຫ້ອງວ່າການພັກແຂວງ ແລະ ຍັງມີບັນດາຄະນະພັກຈາກພະແນກການເງິນ, ອຸດສາຫະກໍາ ແລະ ການຄ້າ, ຊົນເຜົ່າ ແລະ ສາສະໜາ ພ້ອມດ້ວຍພະນັກງານຂອງພະແນກການຕ່າງປະເທດ, ພາຍຫຼັງສຳເລັດພິທີເຫີມສະຫຼອງວັນສ້າງຕັ້ງແຂວງເຊີນລາ ຄົບຮອບ 130 ປີ, ຄະນະຜູ້ແທນ ຍັງໄດ້ໄປທ່ຽວຊົມງານວາງ ສະແດງສິນຄ້າກະສິກໍາ ແລະຜະລິດຕະພັນ OCOP ພາກຕາເວັນຕົກສຽງເໜືອ-ເຊີນລາ ປີ 2025.

ຂ່າວ: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ