ຄະນະໂຄສະນາອົບຮົບແຂວງ ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ ແລະ ມອບ-ຮັບ ນາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2024

ຄະນະໂຄສະນາອົບຮົບແຂວງ ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ ແລະ ມອບ-ຮັບ ນາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2024

ຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນ ສະມາຊິກພັກສົມບູນ ແລະ ມອບ-ຮັບ ນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ໃນວັນທີ 10 ຕຸລາ 2025 ນີ້, ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈໍາພັກແຂວງ ເລ ຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ສົມຈິດ ສິງລໍຄໍາ ຮອງເລຂາໜ່ວຍພັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍ ຄະນະໜ່ວຍພັກ, ສະມາຊິກພັກ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ຕ່າງໜ້າຄະນະຈັດຕັ້ງ ແຂວງຫຼວງພະບາງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະປະຈໍາພັກແຂວງ ວ່າດ້ວຍການອານຸມັດ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈໍານວນ 1 ສະຫາຍ ຍິງ 0 ສະຫາຍ, ຈາກນັ້ນ ສະຫາຍ ສົມຈິດ ສິງລໍຄໍາ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025, ຄະນະພັກ ໄດ້ນໍາເອົາບັນດາເນື້ອໃນແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຕ່າງໆ ມາຫັນເປັນທິດທາງ, ແຜນການອັນລະອຽດ ເພື່ອນໍາມາເຜີຍແຜ່ເຊື່ອມຊຶມ ໃຫ້ພະນັກງານ-ສະມາຊິກພັກ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງ, ນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດ, ເພື່ອໃຫ້ມີອຸດົມການໜັກແໜ້ນທາງດ້ານການເມືອງ, ມີທັດສະນະຫຼັກໝັ້ນ ຊົນຊັ້ນ, ຈໍາແນກໄດ້ມິດ-ສັດຕູ ຢ່າງຈະແຈ້ງ, ມີສະຕິສູງ ສາມາດຕີຖ້ອຍບັນດາປະກົດການຫຍໍ້ທໍ້, ຫາງສຽງສັງຄົມ, ຖ້ອຍທຳນອງບິດເບື່ອນ ຂອງກຸ່ມຄົນບໍ່ຫວັງດີ; ສ້າງສະມາຊິກພັກມີຄຸນສົມບັດ ສິນທໍາປະຕິວັດທີ່ຖືກຕ້ອງ, ມີຄວາມດຸໝັ່ນພາກພຽນ, ປະຢັດ, ຊື່ສັດ, ປອດໃສ, ມີລະບຽບວິໄນ, ເຄົົາລົບກົດໝາຍ ແລະ ເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນພັກ; ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ມີຄວາມບຸກບືນໃນການຊອກຮູ້ຮໍ່າຮຽນ, ພັດທະນາຕົນເອງ ແລະ ຄອບຄົວໃນທຸກດ້ານ, ມີຄວາມເຊື້ອໝັ້ນຕໍ່ການນຳພາຂອງພັກ ເຮັດໃຫ້ພັກມີບົດບາດຕໍ່ມະຫາຊົນຫຼາຍຂຶ້ນເຊິ່ງສະແດງອອກ ໃນໄລຍະໜຶ່ງປີຜ່ານມາ ໄດ້ເຜີຍແຜ່, ເຊື່ອມຊື່ມເອກະສານຕ່າງໆໄດ້ 37 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 298 ເທື່ອສະຫາຍ, ຍິງ 113 ເທື່ອສະຫາຍ.

ທິດທາງແຜນການຄາດໝາຍສູ້ຊົນລວມ ຄະນະພັກໂຄສະນາອົບຮົມແຂວງ ຈະໄດ້ສຶບຕໍ່ຍົກສູງຄວາມສາ ມາດນໍາພາ ຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ຮັບປະກັນສະຖຽນລະພາບດ້ານການເມືອງ ຢ່າງໜັກ ແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ທັງ 4 ດ້ານ ແລະ ການກໍ່ສ້າງພັກຕາມ 5 ເນື້ອໃນໃຫ້ເຂົ້າສູ່ຄຸນນະພາບ ໃໝ່, ເຮັດໃຫ້ວຽກງານໂຄສະນາອົບຮົມ ມີຄຸນນະພາບສູງ, ຮັກສາມູນເຊື້ອນາມມະຍົດໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ຢ່າງຕໍ່ເນື່ອງ.

ໃນພິທີບັນດາສະມາຊິກພັກທີ່ເຂົ້າຮ່ວມ ກໍ່ໄດ້ພ້ອມກັນເຫັນດີຮັບເອົາເນື້ອໃນແຜນການທີ່ຈະສືບຕໍ່ກໍ່ສ້າງໜ່ວຍ ພັກໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕະຫຼອດໄປ, ພິທີມອບ-ຮັບໃບຍັງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຄັ້ງນີ້ ປະກອບມີ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ, ໜ່ວຍພັກສະຖານີວິທະຍຸ-ໂທລະ ພາບແຂວງ ແລະ ໜ່ວຍພັກຖະແຫຼງຂ່າວ.

ຕອນທ້າຍພິທີ ຍັງໄດ້ປະດັບຫຼຽນກາລະນຶກ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ວັນທີ 14 ເມສາ ຄົບຮອບ 65 ປີ, ໃຫ້ກັບບຸກຄົນ ເຊິ່ງປະກອບມີ 4 ສະຫາຍ ແລະ ມອບຂໍ້ຕົກລົງ ວ່າດ້ວຍການອານຸມັດ ໃຫ້ພະນັກງານຮັບອຸດນູນບໍານານ ຈໍານວນ 1 ສະຫາຍ, ໃຫ້ກຽດຂຶ້ນປະດັບຫຼຽນກາລະນຶກ ແລະ ຂໍ້ຕົກລົງໂດຍສະຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈໍາພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ ພ້ອມທັງມີຄໍາເຫັນໂອ້ລົມໃຫ້ທິດຊີ້ນຳ ຕໍ່ພິທີດັ່ງກ່າວ.

ຂ່າວ: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa