ເມືອງຈອມເພັດ ປາຖະກະຖາ ວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ

ເພື່ອເປັນການລະນຶກເຖິງມູນເຊື້ອ ແລະ ຄຸນງາມຄວາມດີ ຂອງບັນພະບູລຸດນາຍຄູຄຳ ທັງເປັນການສະ ແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ຄູອາຈານ ທັງອະດີດ ແລະ ປະຈຸບັນ, ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຫວນມາບັນຈົບຄົບຮອບອີກວາລະໜຶ່ງ, ວັນທີ 3 ຕຸລາ 2025 ຜ່ານມານີ້, ເມືອງຈອມເພັດໄດ້ຈັດພິທີປາຖະກະ ຖາ ວັນຄູແຫ່ງຊາດ 7 ຕຸລາ ທີ່ສະໂມສອນເມືອງ ພາຍໃຕ້ການເປັນປະທານ ຂອງທ່ານ ວິລະພົງ ພົງດາລາ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງຈອມເພັດ ຜູ້ຊີ້ນຳວຽກງານຂົງເຂດວັດທະນະ ທຳ-ສັງຄົມ, ມີຫົວໜ້າ-ຮອງຫ້ອງ ການ, ມີບັນດາຄູ-ອາຈານ, ພ້ອມດ້ວຍ ນ້ອງນັກຮຽນ ເຂົ້າຮ່ວມ.

ໃນພິທີ ປະທານ ໄດ້ໃຫ້ກຽດເລົ່າມູນເຊື້ອອັນສຳຄັນກ່ຽວກັບປະຫວັດຄວາມເປັນມາ ຂອງຄູຢູ່ໃນປະ ເທດລາວ ທີ່ໄດ້ມີບົດບາດປະກອບສ່ວນອັນສຳຄັນໃນພາລະກິດ ຂອງຊາດ ໂດຍສະເພາະກໍ່ແມ່ນປະຫວັດຄວາມເປັນມາ ຂອງນາຍຄູຄຳ, ເຊິ່ງເປັນຕົ້ນກຳເນີດທີ່ພາໃຫ້ມີວັນທີ 7 ຕຸລາ ວັນຄູແຫ່ງຊາດ. ເພື່ອປູກຈິດສຳນຶກໃຫ້ແກ່ນັກຮຽນມີຄວາມຊົງຈຳທີ່ດີ, ນໍາເອົາບົດຮຽນອັນລ້ຳຄ່າ ເຂົ້າໝູນໃຊ້ໃນຊີວິດຕົວຈິງ ເຮັດໃຫ້ວຽກງານໄດ້ຮັບການພັດທະນາດີຂຶ້ນ. ປະຫວັດ ຂອງນາຍຄູຄຳໄດ້ບົ່ງບອກໃຫ້ຮູ້ຢ່າງຊັດເຈນໃນການກຳເນີດມີວັນດັ່ງກ່າວ, ເຊິ່ງທ່ານເປັນຄົນລາວຜູ້ທຳອິດ ທີ່ໄດ້ສຳເລັດການອົບຮົມຄູ ແລະ ໄດ້ເລີ່ມເປັນຄູສອນ ໃນເວລານັ້ນສະພາບການ ຂອງປະ ເທດລາວພວມຕົກຢູ່ໃນຄວາມສັບສົນວຸ້ນວາຍ, ພາຍໃຕ້ແອກການຄອບຄອງຂອງຝຣັ່ງ, ນາຍຄູຄໍາທັງເປັນຄູສອນ,ທັງສຶກສາອົບຮົມຄົນລາວ ໃຫ້ມີນໍ້າໃຈຮັກຊາດ, ທັງເຮັດການຕໍ່ສູ້ໄປພ້ອມ; ເພື່ອກອບກູ້ເອົາເອກະລາດມາສູ່ປະ ຊາຊົນລາວ. ແຕ່ສຸດທ້າຍນາຍຄູຄໍາກໍ່ຖືກຈັກກະພັດຝຣັ່ງຈັບໄດ້ ແລະ ທ່ານກໍ່ໄດ້ເສຍຊີວິດໃນປີ 1949. ຈາກນັ້ນມາ ການສຶກສາຈິ່ງມີລັກສະນະຊາດ ຄ່ອຍໆປະກົດຕົວເປັນຮູບຮ່າງຂຶ້ນ. ຊື່ສຽງ ຂອງຄູຈິ່ງໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດ ມາແຕ່ລະສະໄໝ, ດັ່ງນັ້ນ ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງຄູໃນທົ່ວສັງຄົມ ຈິ່ງໄດ້ກໍານົດເອົາວັນເຂົ້າລາຊະການ ຂອງນາຍຄູຄໍາ ຄືວັນທີ 7 ຕຸລາ 1994 ເປັນວັນຄູແຫ່ງຊາດລາວ.

ທ່ານຍັງໄດ້ຍົກໃຫ້ຮູ້ເຖິງ ການເສີມຂະຫຍາຍບົດບາດຂອງຄວາມເປັນຄູ ເພື່ອພັດທະນາການສຶກສາໃຫ້ສອດຄ່ອງກັບເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ແລະ ຂອງລັດຖະບານແຫ່ງ ສປປ ລາວ, ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນການປົກປັກຮັກສາປະເທດຊາດ. ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດ ຂອງການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ແຜນສູ້ຊົນ ປີ 2025-2026 ອີກດ້ວຍ.


ຂຽນໂດຍ : ທ.ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງຈອມເພັດ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ