ກອງປະຊຸມ ຝຶກອົບຮົມ ຄວາມຮູ້ ແລະເຂົ້າໃຈ ກ່ຽວກັບພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

ກອງປະຊຸມ ຝຶກອົບຮົມ ຄວາມຮູ້ ແລະເຂົ້າໃຈ ກ່ຽວກັບພາລະບົດບາດ

ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ

ກອງປະຊຸມ ຝຶກອົບຮົມ ບັນດາພະນັກງານການນໍາຫຼັກແຫຼ່ງຂັ້ນນຳພາ ແລະ ຄຸ້ມຄອງ ຂອງແຂວງຫຼວງພະບາງ ເພື່ອຄວາມຮູ້ ແລະເຂົ້າໃຈກ່ຽວກັບພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໄດ້ຈັດຂຶ້ນວັນທີ 14 ຕຸລາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຫຼວງພະບາງ, ໂດຍການເປັນປະທານຂອງທ່ານ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາ ແຫ່ງຊາດ,ມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາ ຄະນະບໍລິຫານງານພັກ ແຂວງຫຼວງພະບາງ, ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ ບັນດາເລຂາພັກເມືອງ ແລະປະທານຄະນະກຳມະການປົກຄອງເມືອງ-ນະຄອນ ຫຼວງພະບາງ ເຂົ້າຮ່ວມ.

ທ່ານ ປອ ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ໂດຍປະຕິບັດຕາມແຜນການ ຂອງຄະນະປະຈຳສະພາແຫ່ງຊາດ ໃນການດຳເນີນກອງປະຊຸມຝຶກອົບຮົມ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງທົ່ວປະເທດ ຕາມລັດຖະທຳມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ປີ 2025, ພ້ອມທັງແລກປ່ຽນຄວາມເຫັນ ເພື່ອຄວາມເປັນເອກະພາບສູງ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ຂອງສະພາປະຊາຊົນຂັ້ນແຂວງ ຊຸດໃໝ່ ກໍຄືການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕໍ່ໜ້ານີ້. ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງການສະເໜີເອກະສານສຳຄັນຄື: (1) ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; (2) ບົດຮຽນກ່ຽວກັບການຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນ ຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມ ແລະດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດ ໃໝ່. ຈາກນັ້ນ, ກອງປະຊຸມຈະໄດ້ມີການແລກປ່ຽນຄວາມເຫັນປະກອບໃສ່ ບັນດາເອກະສານຕ່າງໆຕື່ມອີກ.

ການຝຶກອົບຮົມຄັ້ງນີ້ ແມ່ນແນໃສ່ປະກອບຄວາມຮັບຮູ້, ຄວາມເຂົ້າໃຈຂັ້ນພື້ນຖານກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ໃນລະບົບອຳນາດແຫ່ງລັດຂັ້ນຕ່າງໆ ຂອງປະເທດ ເປັນຕົ້ນແມ່ນເປັນການກະກຽມໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕໍ່ໜ້ານີ້ ໃຫ້ມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງໃນຕໍ່ໜ້ານີ້ ເພື່ອຮັບ ປະກັນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະ ໂຄງການການເມືອງ ສະບັບທີ 3 ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງທົ່ວປະເທດໃຫ້ປະກົດຜົນເປັນຈິງ ແລະ ປະຕິບັດຕາມລັດຖະທຳມະນູນ ສະບັບປັບປຸງ ປີ 2025 ໃຫ້ມີຄວາມເຂັ້ມງວດ ແລະ ສັກສິດ ຄືດັ່ງຊຸດທີ່ຜ່ານໆມາ ພາຍຫຼັງທີ່ມີເປົ້າໝາຍຈະແຈ້ງຂອງຜູ້ຈະສະໝັກເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກປະຊາຊົນຂັ້ນແຂວງ, ຈາກນັ້ນ ຍັງຈະໄດ້ມີການຈັດຝຶກອົບຮົມກ່ອນຈະລົງສະໜາມເລືອກຕັ້ງໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa