ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ ວຽກງານພະລາ-ເຕັກນິກ ປະຈໍາປີ 2025

ໂດຍອີງຕາມແຜນການວ່າດ້ວຍການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປັບປຸງລະບຽບແບບແຜນ ປະຈໍາປີ 2025, ຂອງກົມກອງທົ່ວທະຫານແຂວງຫຼວງພະບາງ, ສະບັບເລກທີ 1924/ກບຊ-ຫຼບ ຫຼວງພະບາງ, ລົງວັນທີ 09 ທັນວາ 2024 . ກອງບັນຊາການທະຫານ ເມືອງຈອມເພັດ ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງວຽກງານພະລາເຕັກນິກ ປະຈໍາປີ 2025, ໃນວັນທີ 16 ຕຸລາ 2025 ນີ້, ຢູ່ທີ່ສະໜາມຫັດແອບ ຂອງກອງບັນຊາການທະຫານ ເມືອງຈອມເພັດ, ໂດຍການເປັນປະທານ ຂອງ ສະຫາຍ ສອນເພັດ ພົງສຸທິ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງຈອມເພັດ, ມີສະຫາຍ ພັນໂທ ຄອນເສີດ ຍູລະສານຄະນະປະຈໍາພັກເມືອງ, ຫົວໜ້າການເມືອງກອງບັນຊາການທະຫານ ເມືອງຈອມເພັດ, ມີຄະນະພັກຄະນະບັນຊາແຂກຖືກເຊີນ ເຂົ້າຮ່ວມ

ສະຫາຍ ພັນໂທ ສົມພັນ ໄຊອຸທອນ ຫົວໜ້າພະແນກເສນາໄດ້ຂຶ້ນຜ່ານບົດສະຫຼຸບຜົນການອົບຮົມ-ຫັດແອບການທະຫານ, ການເມືອງວຽກງານພະລາທິການຕິກນິກປະຈໍາປີ 2025,ໃນການຫັດແອບສາມາດສະຫຼຸບ ແລະ ຕີລາຄາ ຜົນໄດ້ຮັບສະເລ່ຍລວມທັງໝົດ 91,09%, ການອົບຮົມຫັດແອບຄັ້ງນີ້: ເພື່ອໃຫ້ພະນັກງານ-ນັກຮົບ ມີຄວາມຮູ້ຄວາມສາມາດທາງດ້ານສິນລະປະຍຸດ-ຍຸດທະວິທີໃຫ້ມີຄວາມຊໍານິຊໍານານ ແລະມີຄວາມສະຫງົບປອດໄພ.ໂອກາດດັ່ງກ່າວ ສະຫາຍ ສອນເພັດ ພົງສຸທິ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈອມເພັດ ໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ຄູອາຈານ, ນາຍ ແລະ ພົນທະຫານທີ່ຫັດແອບສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ໄດ້ເນັ້ນໜັກໃຫ້ນາຍ ແລະ ພົນທະຫານເອົາໃຈໃສ່ກໍາແໜ້ນດ້ານເນື້ອໃນທິດສະດີຫຼັກການສົມທົບ ພຶດຕິກໍາຕົວຈິງ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃນການນໍາໃຊ້ອາວຸດ, ຍຸດໂທ ຮັບປະກັນໃນການສູ້ຮົບໃນສະໜາມໃຫ້ຮັບຜົນດີ, ຍົກສູງສະຕິໃນການປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກຂອງກອງທັບ, ວາງອອກໃຫ້ເຂັ້ມງວດ ແລະ ພ້ອມກັນນໍາເອົາບົດຮຽນດັ່ງກ່າວໄປນໍາໃຊ້ເຂົ້າໃນໜ້າທີ່ວຽກງານ.


ຂ່າວ-ພາບ: ທ.ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ.
ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.