ບ້ານກົກງີ້ວ ເປັນບ້ານວັດທະນະທຳ ແຫ່ງທີ 56 ຂອງເມືອງຈອມເພັດ

ພິທີປະກາດ ຮັບຮອງເອົາບ້ານກົກງີ້ວ ເມືອງຈອມເພັດ ແຂວງຫຼວງພະບາງ ເປັນບ້ານວັດທະນະທຳ ແຫ່ງທີ 56 ຂອງເມືອງຈອມເພັດ ໄດ້ຈັດຂື້ນໃນວັນທີ 15 ຕຸລາ 2025 ນີ້ ໂດຍການເຂົ້າຮ່ວມຂອງທ່ານ ວິລະພົງ ພົງດາລາ ຮອງປະທານຄະນະກຳມະການປົກຄອງເມືອງຈອມເພັດ, ທ່ານ ນາງ ພອນສະໄຫວ ວັນວິໄລ ຫົວໜ້າຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວເມືອງ, ມີບັນດາທ່ານຫົວໜ້າຫ້ອງການ, ແຂກຖືກເຊີນຈາກກຸ່ມບ້ານ, ຜູ້ຕ່າງໜ້າຈາກບ້ານອອ້ມຂ້າງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.


ພິທີໄດ້ຮັບຊົມການສະແດງສິນລະປະວັນນະຄະດີຈາກນ້ອງນັກຮຽນ ບ້ານກົກງິ້ວ,ຈາກນັ້ນ ທ່ານ ນາງພອນສະໄຫວ ວັນວິໄລ ໄດ້ຂື້ນຜ່ານບົດສະຫຼຸບການສ້າງບ້ານ ແລະ ຄອບຄົວວັດທະນະທຳ ໂດຍປະເມີນຕາມມາດຕະ ຖານຄອບຄົວວັດທະນະທໍາ ແລະ ການປະເມີນບ້ານຕາມມາດຕະຖານບ້ານວັດທະນະທຳ, ບ້ານກົກງີ້ວ ເປັນບ້ານ ເຜົ່າກຶມມຸ ມີຈໍານວນຄອບຄົວທັທັງໝົດ 99 ຄອບຄົວ, ມີພົນລະເມືອງ 522 ຄົນ, ຍິງ 247 ຄົນ, ມີແຮງງານທັງ ໝົດ 378 ແຮງງານ, ປະຊາຊົນສ່ວນໃຫຍ່ແມ່ນຍຶດຖືເອົາອາຊີບການປູກຝັງ-ລ້ຽງສັດ ແລະ ປູກພືດຊະນິດຕ່າງໆເປັນສຳຮອງເຊັ່ນ: ໝາກງາ, ສາລີ, ໜາກເດືອຍ, ພືດຜັກຕ່າງໆ, ລ້ຽງສັດ ງົວ, ຄວາຍ, ໝູ, ແບ້ ແລະ ສັດປີກ ຄ່ຽງຄູກັນນັ້ນ ບ້ານຍັງໄດ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາຮີດຄອງປະເພນີ ອັນດີງາມຂອງຊາດ ກໍ່ຄືບຸນປະຈຳເຜົ່າຂອງຕົນ, ໃຫ້ລູກຫຼານໄດ້ສືບທອດກັນມາ.


ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຮັບຮອງເອົາຄອບຄົວວັດທະນະທໍາ ແລະຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການຢັ້ງຢືນຮັບຮອງເອົາ ບ້ານກົກງີ້ວ ເປັນບ້ານວັດທະນະທໍາ ແຫ່ງທີ 56 ຂອງເມືອງຈອມເພັດ ໂດຍທ່ານ ວິລະພົງ ພົງດາລາ ຮອງປະທານຄະນະກໍາມະການປົກຄອງເມືອງ ພ້ອມທັງສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີບ້ານ ແລະພາກສ່ວນທີກ່ຽວຂ້ອງຍາດມາໄດ້ ໃນໄລຍະຜ່ານມາ ແລະໄດ້ເນັ້ນໃຫ້ບ້ານສືບຕໍ່ປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມ ຂອງຕົນ, ຮັກສາມູນເຊື້ອຄອບຄົວ ແລະ ບ້ານວັດທະນະທຳ ໄວ້ໃຫ້ຍືນຍົງ.

ຈາກນັ້ນ ປະທານ ແລະ ບັນດາແຂກຖືກເຊີນ ໄດ້ພ້ອມກັນເປີດປ້າຍບ້ານວັດທະນະທຳຢ່າງເປັນທາງການ ພ້ອມທັງ ລັ່ນຄ້ອງ 9 ບາດ ເພື່ອເປັນການປະກາດຮັບຮອງເອົາບ້ານກົກງິ້ວ ເປັນບ້ານວັດທະນະທໍາຢ່າງສົມກຽດ.

ຂ່າວ-ພາບ: ທ.ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ.
ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.