ເປີດຊຸດອົບຮົມມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ V ປະຈຳປີ 2025 ທີ່ເມືອງນໍ້າບາກ

ເປີດຊຸດອົບຮົມມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ

ຊຸດທີ V ປະຈຳປີ 2025 ທີ່ເມືອງນໍ້າບາກ

ໃນຕອນເຊົ້າຂອງວັນທີ  15 ຕຸລາ 2025  ຄະນະໂຄສະນາອົບຮົມເມືອງນໍ້າບາກໄດ້ເປີດຊຸດອົບຮົມຄວາມຮູ້ພື້ນຖານແນວທາງຂອງພັກໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ V  ປະຈຳປີ 2025 ຢູ່ທີ່ສະໂມສອນ ບ້ານມົກກົກ (ກຸ່ມນໍ້າດ່ວນ) ໂດຍການເປັນປະທານຂອງສະຫາຍ ບຸນທຽບ ລາດຊະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງນໍ້າບາກ ມີມະຫາຊົນກ້າວໜ້າມາຈາກກຸ່ມບ້ານ ເຂົ້າຮ່ວມທັງໝົດ 10 ສະ ຫາຍ.

ສໍາລັບບົດຮຽນທີ່ນຳໃຊ້ອົບຮົມໃນຄັ້ງນີ້ ແມ່ນເອກະສານຈາກຄະນະໂຄສະນາອົບຮົມສູນກາງພັກກຳນົດໃຫ້ ເຊິ່ງມີ 13 ຄໍາຖາມ 13 ຄໍາຕອບ ແລະ 11 ຂໍ້ຫ້າມ, ພ້ອມທັງຍົກໃຫ້ເຫັນພຶດຕິກຳຕົວຈິ່ງຢ່າງກົງໄປກົງມາ. ການເປີດຊຸດອົບຮົມໃນຄັ້ງນີ້ ເພື່ອໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບປະວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ  ທີ່ເປັນພັກກຳອຳນາດ, ເປັນແກ່ນນຳໃນລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ເຊິ່ງຍາມໃດພັກເຮົາກໍ່ ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນແນວຄິດພື້ນຖານທາງດ້ານແນວຄິດ, ທິດສະດີຂອງພັກ, ເປັນເຂັມຊີ້ທິດໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ໂດຍນຳ ພາປວງຊົນລາວທັງຊາດ ສ້າງປະເທດລາວໃຫ້ມັ່ງຄັ້ງເຂັມແຂງ ນຳເອົາຄວາມຢູ່ດີ ກິນດີ, ຄວາມຮັ່ງມີຜາສຸກ, ຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ມາສູ່ປວງຊົນລາວເຮົາ.

ໃນຕອນທ້າຍປະທານ ຍັງໄດ້ເນັ້ນນັກໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າຈະຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ຈົ່ງນໍາເອົາບົດຮຽນໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະຫຼັກໝັ້ນທາງດ້ານການເມືອງຢ່າງໜັກ   ແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ພ້ອມກັນສ້າງເສດຖະກິດຄອບຄົວໃຫ້ກາຍເປັນຄອບຄົວພັດທະນາ, ຄອບຄົວຕົວແບບ, ເອົາໃຈໃສ່ປະຕິ ບັດນະໂຍບາຍຕ່າງໆທີພັກ-ລັດວ່າງໃຫ້ໄດ້ຮັບຜົນດີ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນໃນຕໍ່ໜ້າ ຈາກນັ້ນ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ໃນຄັ້ງນີ້ໄວ້ເປັນຫຼັກຖານ.

ຂ່າວໂດຍ: ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງນໍ້າບາກ.

ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa