9 ເດືອນຜ່ານມາ ເມືອງຈອມເພັດ ເກັບລາຍຮັບເຂົ້າງົບປະມານບັນລຸ 96,24% ຂອງແຜນການ.

9 ເດືອນຜ່ານມາ ເມືອງຈອມເພັດ ເກັບລາຍຮັບເຂົ້າງົບປະມານບັນລຸ  96,24% ຂອງແຜນການ

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດແຜນງົບປະມານ ໃນ 9 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2025 ຂອງເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນວັນທີ່ 17 ຕຸລາ 2025 ນີ້, ໂດຍເປັນປະທານຂອງ ທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ, ມີບັນດາທ່ານຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພະນັກງານທີ່ຊ່ວຍວຽກງານການເງິນເຂົ້າຮ່ວມ.

ທ່ານ ບຸນນາກ ອຸດທິກອນ  ຫົວໜ້າຫ້ອງການການເງີນເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບວ່າ: ຜ່ານມາໂດຍການຊີ້ນໍາ-ນໍາພາ ຂອງພະແນກການເງິນແຂວງ ກໍ່ຄືຄະນະຮັບຜິດຊອບຂັ້ນເມືອງ ເພື່ອກະຕຸກຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງຂະແໜງການເງິນ ໃນການເຮັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເພື່ອແກ້ໄຂວຽກງານເສດຖະກິດການເງິນ, ອັນພົ້ນເດັ່ນແມ່ນການຈັດເກັບລາຍຮັບຕາມແຜນ 6 ຕື້ 353 ລ້ານກີບ ປະຕິບັດໄດ້  6 ຕື້ 144 ລ້ານກວ່າກີບ ເທົ່າກັບ 96,24% ຂອງແຜນປີ.   ໃນນີ້, ລາຍຮັບສ່ວຍສາອາກອນ ແຜນ  5 ຕື້ 885 ລ້ານກີບ, ປະ ຕິບັດໄດ້  5 ຕື້ 177 ລ້ານກ່ວາກີບ  ເທົ່າກັບ 87,97% ຂອງແຜນການ,  ລາຍຮັບຊັບສິນ ແຜນ 467 ລ້ານກີບ, ປະຕິບັດໄດ້  936 ລ້ານກ່ວາກີບ ເທົ່າກັບ 200% ຂອງແຜນການ,  ສຳລັບແຜນລາຍຈ່າຍທັງໝົດທົ່ວເມືອງ  32 ຕື້ 478 ລ້ານກວ່າກີບ ປະຕິບັດໄດ້ 22 ຕື້ 170 ລ້ານກວ່າກີບ ເທົ່າກັບ 68.52 ຂອງແຜນການປີ  ໂດຍເລັ່ງໃສ່ບູລິມະສິດການເບີກຈ່າຍເງິນເດືອນ ໃຫ້ສໍາເລັດກ່ອນວັນທີ 25 ຂອງທຸກໆເດືອນ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຂື້ນປະກອບຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານການເງິນໃນໄລ ຍະຜ່ານມາ, ລວມທັງວຽກງານຈຸດສຸມ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດແຜນງົບປະມານ ໃນ 3 ເດືອນທ້າຍປີ, ຊອກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງຮ່ວມກັນແກ້ໄຂໃນຕໍ່ໜ້າ ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານ ມີຜົນສຳເລັດຫຼາຍຂຶ້ນກວ່າເກົ່າ.

ໂອກາດທ້າຍກອງປະຊຸມ, ທ່ານ ສອນເພັດ ພົງສຸທິ  ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ກໍ່ຄືຄະນະນໍາທຸກຂັ້ນ ຈົ່ງພ້ອມກັນຄົ້ນຄວ້າ ເພື່ອຊອກໃຫ້ເຫັນທ່າແຮງທີ່ບົ່ມຊ້ອນ ເຮັດໃຫ້ການເກັບລາຍຮັບຈາກຫົວໜ່ວຍທຸລະກິດ ທີ່ມີລາຍຮັບໝັ້ນຄົງ ເພື່ອເຮັດໃຫ້ການຈັດເກັບລາຍຮັບ ຂອງເມືອງມີຄວາມຍືນຍົງ, ຊຸກຍູ້ໃຫ້ບັນດາຜູ້ປະກອບການ ແລະ ປະຊາ ຊົນບັນດາເຜົ່າ ທີ່ເຮັດທຸລະກິດຂະໜາດນ້ອຍ ມີຄວາມຮັບຮູ້ ເຂົ້າໃຈຕໍ່ພັນທະພາສີ-ອາກອນ ໂດຍສະເພາະລະບຽບຂອງອາກອນຊົມໃຊ້ ອັນເປັນການຈັດເກັບອາກອນຈາກຜູ້ໃຊ້ບໍລິການ ເຂົ້າງົບປະມານຂອງລັດ ໂດຍບໍ່ມີຜົນກະທົບຕໍ່ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າຜູ້ດຳເນີນທຸລະກິດ ແລະ ອື່ນໆ.

ຂຽນຂ່າວໂດຍ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ.

ກວດແກ້ : ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa