ຝຶກອົບຮົມກະກຽມ ການເດີນສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ທີ່ເມືອງຈອມເພັດ

ຝຶກອົບຮົມກະກຽມ ການເດີນສໍາຫລວດພົນລະເມືອງ ແລະ

ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ທີ່ເມືອງຈອມເພັດ

ພິທີ ຝຶກອົບຮົມໃຫ້ແກ່ນັກເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ທີ່ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດຂື້ນໃນວັນທີ 20 ຕຸລາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງ, ໂດຍການເປັນປະທານຂອງ ທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ, ມີບັນດາທ່ານຄະນະປະຈໍາ, ກໍາມະການພັກເມືອງ, ຫົວຫນ້າ-ຮອງຫົວໜ້າຫ້ອງການ, ຕະຫຼອດຮອດຄູຝຶກ, ນັກກວດກາ ແລະນັກເດີນສໍາຫລວດ ເຂົ້າຮ່ວມ.

ທ່ານ ບັນດິດ ຈິດລາວັນ   ຮອງຫົວໜ້າຫ້ອງການການເງິນເມືອງຈອມເພັດ, ໄດ້ຂື້ນຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ  ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາຂັ້ນເມືອງໃນການສໍາຫລວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025,  ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄູຝຶກ, ນັກກວດກາ ແລະນັກເດີນສໍາຫຼວດ  ການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025.

ຈາກນັ້ນ, ປະທານພິທີ ໄດ້ໃຫ້ກຽດໂອລົມ ແລະກ່າວເປີດບັ້ນຝຶກອົບຮົມ ຂຶ້ນຢ່າງເປັນທາງການ  ແລະໃຫ້ຮູ້ວ່າ:  ການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດ  ໃນຄັ້ງນີ້ ແມ່ນມີບົດບາດສໍາຄັນທີ່ສຸດໃນການເກັບກໍາຂໍ້ມູນບຸກຄົນ, ຄົວເຮືອນ ແລະ ທີ່ຢູ່ອາໄສໃຫ້ຖືກຕ້ອງຄົບຖ້ວນຊັດເຈນ ແລະ ເປັນຄັ້ງທໍາອິດຂອງການສໍາຫຼວດພົນລະ ເມືອງ ທີ່ຢູ່ອາໄສ  ທີ່ນໍາໃຊ້ເຄື່ອງມືແທັບເລັດ ແລະ ແບບສອບຖາມດີຈິຕອນ ເຂົ້າໃນການເກັບກໍາຂໍ້ມູນ, ນອກຈາກການນໍາໃຊ້ແບບສອບຖາມດີຈີຕອນ ແລະການເກັບກໍາຂໍ້ມູນດ້ວຍລະບົບຄອມພິວເຕີແລ້ວ ຍັງມີການນໍາໃຊ້ລະບົບແຜນທີ່ແບບດີຈີຕອນ ແລະລະບົບຂໍ້ມູນຂ່າວສານພູມສາດ (GIS) ເຂົ້າໃນການສໍາຫຼວດ, ເຊິ່ງເປັນການປັບປຸງວິທີການສໍາຫຼວດທີ່ສໍາຄັນ ເມື່ອທຽບກັບການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສຂອງ ສປປ ລາວ ໃນຫຼາຍຄັ້ງຜ່ານມາ. ພ້ອມດຽວກັນນັ້ນ,  ທ່ານຍັງຮຽກຮ້ອງມາຍັງບັນດາທ່ານ ຄະນະພັກ, ຫົວໜ້າຫ້ອງການ, ພະນັກງານທີ່ຖືກແຕ່ຕັ້ງໃຫ້ເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບ ແລະສຸມສະຕິປັນຍາ ຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາເຫັນ, ຍົກເອົາບັນຫາມາແລກປ່ຽນ ເພື່ອເຮັດໃຫ້ການກະກຽມການສໍາຫຼວດພົນລະເມືອງຄັ້ງນີ້ມີຄວາມຮັບປະກັນໃນການຈັດຕັ້ງປະ ຕິບັດ ແລະຮັບປະກັນທາງດ້ານຂໍ້ມູນໃຫ້ມີຄຸນນະພາບສູງ ຖືກຕ້ອງຕາມຄວາມເປັນຈິງໃນປະຈຸບັນ.

ບັ້ນຝຶກອົບຮົມໃນຄັ້ງນີ້, ມີຄູຝຶກ 3 ທ່ານ, ນັກກວດກາ 14 ທ່ານ ແລະ ນັກເດີນສໍາຫຼວດ 53 ທ່ານ  ເຊິ່ງຈະໃຊ້ເວລາ 10 ວັນຈີ່ງຈະສຳເລັດ.

ຂຽນຂ່າວໂດຍ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ.

ກວດແກ້ : ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa