ພິທີສະເຫຼີມສະຫຼອງວັນຜູ້ສູງອາຍຸ ແລະ ວັນຄົນພິການແຫ່ງຊາດ

ພິທີສະເຫຼີມສະຫຼອງ ວັນສາກົນຜູ້ສູງອາຍຸ ແລະ ວັນຄົນພິການແຫ່ງຊາດ ຄົບຮອບ 33 ປີ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 21 ຕຸລາ 2025 ນີ້, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ວິລະພົງ ພົງດາລາ ຮອງປະທານຄະນະກຳມະການປົກຄອງເມືອງຈອມເພັດ, ມີບັນດາການນຳຂອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກ ງານ-ລັດຖະກອນ, ອາວຸໂສບຳນານ-ເສຍອົງຄະ, ຄົນພິການ, ນາຍບ້ານເທດສະບານ ແລະ ຜູ້ອາຍຸສູງພາຍໃນເມືອງເຂົ້າຮ່ວມ.

ທ່ານ ວິລະພົງ ພົງດາລາ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ໃຫ້ກຽດເລົ່າຄືນມູນເຊື້ອຂອງສອງວັນປະຫວັດສາດດັ່ງກ່າວ ໂດຍຍົກໃຫ້ເຫັນເຖີງຄວາມໝາຍຄວາມສຳຄັນ, ປະຫວັດຄວາມເປັນມາຂອງວັນສາກົນຜູ້ສູງອາຍຸ ວັນທີ 1 ຕຸລາ ແລະ ວັນຄົນພິການແຫ່ງຊາດ ວັນທີ 3 ທັນວາ ຍົກໃຫ້ເຫັນເຖີງຂະບວນວິວັດແຫ່ງການຊ່ວຍເຫຼືອ, ຟຶ້ນຟູ, ບຳບັດພັດທະນາຄົນພິການ ແລະ ຜູ້ອາຍຸສູງ ຢູ່ ສປປລາວ ຕະຫຼອດໄລຍະຜ່ານມາ ຍາມໃດພັກ-ລັດຖະບານ ກໍເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ເວົ້າສະເພາະແມ່ນຜູ້ເສຍອົງຄະ, ເດັກ ນ້ອຍ, ແມ່ຍິງ ແລະ ຜູ້ອາຍຸສູງ ໂດຍໄດ້ຮັບການປົວແປງຊີວິດການເປັນຢູ່ນັບມື້ນັບດີຂື້ນ. ການຈັດພິທີສະເຫຼີມ ສະຫຼອງໃນຄັ້ງນີ້ ກໍເພຶ່ອປຸກລະດົມທຸກອົງການຈັດຕັ້ງພັກ-ລັດທຸກຂັ້ນ, ອົງການຈັດຕັ້ງສັງຄົມໄດ້ປະກອບສ່ວນເຂົ້າໃນການປະຕິບັດກົດໝາຍຄົນພິການ ແລະ ດຳລັດວ່າດ້ວຍຜູ້ອາຍຸສູງ ເພຶ່ອເຮັດໃຫ້ຄົນພິການ ແລະ ຜູ້ສູງອາຍຸໄດ້ຮັບການຊ່ວຍເຫຼືອເບີ່ງແຍງຈາກສັງຄົມໃຫ້ນັບມື້ນັບດີຂື້ນເທຶ່ອລະກ້າວ.


ໃນພິທີຄັ້ງນີ້, ຍັງໄດ້ຈັດກິດຈະກໍາ ໃຫ້ຜູ້ສູງອາຍຸ ໄດ້ຍ່າງອອກກໍາລັງກາຍ, ຫັດກາຍບໍລິຫານຮ່າງກາຍ ແລະກວດສຸຂະພາບຝີ ຕື່ມອີກ.

ຂຽນຂ່າວໂດຍ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ.
ກວດແກ້ : ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.