ປະຖະກະຖາ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ.

ປະຖະກະຖາ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ

ວັນທີ 22  ຕຸລາ 2025 ນີ້, ຢູ່ທີ່ສະໂມສອນຂອງເມືອງຈອມເພັດ ແຂວງຫຼວງພະບາງ  ໄດ້ຈັດພິທີໂຄສະນາ-ປະຖະກະຖາ ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ , ໂດຍການເປັນປະທານ ຂອງ ສະຫາຍ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ, ມີບັນດາສະຫາຍຄະນະປະຈຳ,ກຳມະ ການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ພະນັກງານອາວຸດໂສ ບຳນານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນເມືອງເຂົ້າຮ່ວມ.

ສະຫາຍ ວິລະພົງ ພົງດາລາ  ຮອງເລຂາພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ, ໄດ້ຂື້ນປາຖະກາຖາວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ,

ຈາກນັ້ນ, ສະຫາຍ ສົມເພັດ ສຸກຂະເສີມ  ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ຂື້ນປາຖະກາຖາວັນປະກາດເອກະລາດ ເຊິ່ງໃຫ້ຮູ້ວ່າ: ວັນທີ 12 ຕຸລາ 1945 ໄດ້ມີການໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດ ຂອງຊາດລາວເຮົາເປັນຄັ້ງທໍາອິດ ຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ພວກຮຸກຮານຕ່າງຊາດ. ວັນດັ່ງກ່າວ ໄດ້ເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີ ແລະ ການເສຍສະຫຼະອັນໃຫຍ່ຫຼວງ ຂອງກອງທັບ ແລະ ປະ ຊາຊົນເຮົາ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ເປັນເຫດການໜື່ງທີ່ມີຄວາມໝາຍສໍາຄັນໃນປະຫວັດສາດຂອງຊາດລາວເຮົາ, ເນື່ອງໃນໂອກາດວັນປະກາດເອກະລາດ ຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ແລະ ປະຫວັດສາດການທູດລາວ ເຊິ່ງມີຕົ້ນກໍາເນີດມາແຕ່ດຶກດໍາບັນ ແລະ ຕິດພັນກັບການຂະຫຍາຍ ຕົວ ຂອງປະຫວັດສາດຊາດລາວໃນແຕ່ລະໄລຍະ. ເຖິງຈະບໍ່ມີນະໂຍບາຍການຕ່າງປະເທດຂອງຕົນເອງເປັນພື້ນ ຖານໃຫ້ແກ່ການດໍາເນີນການທູດ, ແຕ່ການທູດໃນສະໄໝບູຮານຂອງລາວ ແມ່ນເກີດມາຈາກຂະບວນການຕໍ່ສູ້ ເພື່ອຜົນປະໂຫຍດຂອງຊາດເປັນຫຼັກ ເຊິ່ງຈະເຫັນໄດ້ວ່າບັນພະບູລຸດຂອງລາວ ໄດ້ຕໍ່ສູ້ເພື່ອປົກປັກຮັກສາຄວາມເປັນເອ ກະລາດຂອງຊາດລາວ ຈົນເຖິງປັດຈຸບັນ.

ໃນໂອກາດນີ້້  ຍັງໄດ້ຮຽກຮ້ອງມາຍັງ ຄະນະພັກ, ສະມາຊິກພັກທຸກສະຫາຍ ຈົ່ງຍົກສູງພາລະບົດບາດ ການນໍາພາຂອງພັກ-ການຄຸ້ມຄອງຂອງລັດຢ່າງເຂັມງວດ, ເຫັນໄດ້ເຖິງພາລະບົດ ບາດ, ບຸນຄຸນອັນຫຼົ້ນເຫຼືອຂອງວັນສໍາຄັນຂອງພັກ, ຂອງຊາດ ແລະ ຂອງສາກົນ ທັງເປັນແບບຢ່າງນໍາໜ້າທີ່ດີໃຫ້ແກ່ປະຊາຊົນບັນດາເຜົ່າ ເພື່ອສະແດງເຖິງຄວາມຈົ່ງຮັກພັກດີ, ຄວາມເອກອ້າງທະນົງໃຈ ຕໍ່ໄຊຊະນະ ແລະ ຜົນງານອັນຍິງໃຫຍ່ ຢ່າງສຸດໃຈ.

ຂຽນຂ່າວໂດຍ: ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ.

ກວດແກ້ : ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa