ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII, ໄດ້ຈັດຂື້ນໃນວັນທີ 13 ພະຈິກ 2025 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ ກະສິກຳ ແລະ ສິ່ງແວດລ້ອມ ເມືອງວຽງຄຳ ແຂວງຫລວງພະບາງ, ພາຍໃຕ້ການເປັນປະທານຂອງສະຫາຍ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງວຽງຄຳ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ສະຫາຍ ວັນໂຈຍ ວາຊົວລີ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວຫນ້າຫ້ອງການຄະນະຈັດຕັ້ງເມືອງ ແລະ ສະຫາຍ ຄຳສິງ ສຸດທິດາ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານ ຄະນະກຳມະການປົກຄອງເມືອງ ກໍ່ໄດ້ຜັດປ່ຽນກັນຂື້ນຜ່ານ ຮ່າງບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານ.

ໃນໄລຍະ 9 ເດືອນ-ທິດທາງວຽກງານຈຸດສຸມ 3 ເດືອນທ້າຍປີ 2025 ແລະ ຜ່ານສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ 2025 ຂອງເມືອງ ວຽງຄໍາ. ເຊິ່ງໃນໄລຍະ 9 ເດືອນຜ່ານມາ ເຖິງວ່າສະພາບພາກພື້ນ ແລະ ພາຍໃນຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າຍຫຼາຍປະການ ແບບບໍ່ເຄີຍມີໃນຮອບຫຼາຍປີຜ່ານມາກໍ່ຕາມ, ແຕ່ພາຍໃຕ້ການນຳພາ-ຊີ້ນຳ ຢ່າງໃກ້ສິດ ຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ໄດ້ສຸມໃສ່ທຸກເງື່ອນໄຂ ແລະ ທ່າແຮງດ້ວຍຄວາມພະຍາ ຍາມຢ່າງຕັ້ງໜ້າ ເຮັດໃຫ້ພວກເຮົາສາມາດປະຄັບປະຄອງເສດຖະກິດຂອງເມືອງ ບໍ່ໃຫ້ຕົກເຂົ້າສູ່ວິກິດທີ່ໜັກໜ່ວງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໄດ້ໂດຍພື້ນຖານ ແລະ ແຜນພັດທະນາວຽກງານຫຼາຍດ້ານໄດ້ມີໝາກຜົນສຳເລັດຈຳ ນວນໜຶ່ງ ເປັນຕົ້ນແມ່ນ: ການປະເມີນຄອບຄົວ ແລະ ບ້ານແບບຢ່າງປະຕິບັດກົດໝາຍ ປີ 2024 ໄດ້ 72 ບ້ານ ມີ 5.241 ຄອບ ຄົວ, ປັບປຸງແຕ່ງຕັ້ງຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຄືນໃໝ່ ຈໍານວນ 5 ບ້ານ, ໃຫ້ຄໍາປຶກສາທາງດ້ານກົດໝາຍໄດ້ 6 ຄັ້ງ ແລະ ເປີດຝຶກອົບຮົມກົດໝາຍ 45 ວັນ, ປັບປຸງຕາໜ່າງກອງຫຼອນສໍາເລັດ 4 ກຸ່ມ ມີ 6 ບ້ານ; ປັບປຸງກອງຫຼອນບ້ານໄດ້ 72 ບ້ານ; ປະກາດຄອບຄົວ ແລະ ມອບປ້າຍບ້ານປ້ອງກັນຊາດເຂັ້ມແຂງ ຢູ່ກຸ່ມບ້ານແສ້ ຈໍານວນ 04 ບ້ານ, ຝຶກອົບຮົມການເມືອງ-ການທະຫານໄລຍະສັ້ນ ໃຫ້ກອງຫຼອນບ້ານໄດ້ 1 ກຸ່ມ, ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ, ປ່ຽນປື້ມສໍາມະໂນຄົວໄດ້ 53 ຫົວ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີໄດ້ 2 ບ້ານ, ໂຄສະນາປູກຈິດສໍານຶກໃຫ້ນັກຮຽນ ກ່ຽວກັບກົດລະບຽບຈະລະຈອນທາງບົກ, ຜົນຮ້າຍຢາເສບຕິດ ແລະ ຜົນຮ້າຍການຄ້າມະນຸດ ໄດ້ 02 ກຸ່ມບ້ານ ແລະ 08 ໂຮງຮຽນ ມີຜູ້ເຂົ້າຮ່ວມ 2.301 ຄົນ, ຍິງ 1093 ຄົນ. ຈາກນັ້ນ ຜູ້ແທນກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ນຳໄປຈັດຕັ້ງປະຕິບັດ.

ຕອນທ້າຍຂອງພິທີ ປະທານ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຄະນະພັກ-ຄະນະນໍາທຸກຂັ້ນ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈ ໃສ່ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃນຖັນແຖວສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ແນໃສ່ຮັບປະກັນໃຫ້ເຂົາເຈົ້າມີຄວາມອຸ່ນອຽງທຸ່ນທຽງ ແລະ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ ໃຫ້ນັບມື້ສູງຂຶ້ນພ້ອມກັນເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ວິທີນໍາພາ, ເອົາໃຈໃສ່ບໍາລຸງສ້າງດ້ານວິຊາສະເພາະ ໃຫ້ພະນັກງານ-ລັດຖະກອນຢ່າງຕໍ່ເນື່ອງ ເພີ່ມທະວີຄວາມເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ, ເປັນເຈົ້າການນໍາພາຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ບັນຫາຂີ້ລັກງັດແງະ, ບັນຫາອາດສະຍາກໍາທຸກຮູບແບບໃຫ້ໝົດໄປຈາກສັງຄົມ.

ພາບ-ຂ່າວ ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງວຽງຄຳ
ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ