ພິທີປິດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ III ປີ 2025

ພິທີປິດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ III ປີ 2025

ວັນທີ 20 ພະຈິກ 2025 ຜ່ານມານີ້, ຢູ່ສະໂມສອນໃຫຍ່ຂອງເມືອງວຽງຄຳ ແຂວງຫຼວງພະບາງ ປິດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ III ປະຈຳປີ 2025 ໃຫ້ພະນັກງານຫຼັກແຫຼ່ງ ແລະ ການຈັດຕັ້ງບ້ານພາຍໃນເມືອງວຽງຄຳ ໂດຍໃຫ້ກຽດເປັນປະທານຮ່ວມຂອງສະຫາຍ ແສງເພັດ ແກ້ວພົມມາ ຫົວຫນ້າພະແນກຍຸຕິທຳແຂວງ ຫຼວງພະບາງ, ທ່ານ ຄຳສິງ ສຸດທິດາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົງຄອງເມືອງວຽງຄຳ. ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກວິທະຍາກອນ  ແລະ ສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ແສງຈັນ ພົນສຸຄໍາ ກຳມະການພັກເມືອງ,ຶຫົວໜ້າຫ້ອງການ ຍຸຕິທຳເມືອງ ຂື້ນຜ່ານບົດສະຫຼຸບການຝຶກອົບຮົມຄັ້ງນີ້ໃຫ້ຮູ້ວ່າ: ການຝຶກອົບຮົມຊຸດນີ້ແມ່ນໄດ້ນໍາໃຊ້ຫຼັກສູດໄລຍະສັ້ນ 45 ວັນ ຂອງກະຊວງຍຸຕິທໍາວ່າງອອກ ປະກອບມີຈໍານວນ 32 ວິຊາ, ມີ 22 ໜ່ວຍກິດ 315 ຊົ່ວໂມງ. ນອກຈາກນີ້ຍັງໄດ້ເພີ່ມ 01 ວິຊາຄື: ກົດໝາຍວ່າດ້ວຍທະນາຍຄວາມ.

ການຝຶກອົບຮົມ ແມ່ນດຳເນີນໄປຕາມແຜນການ-ຕາຕະລາງທີ່ຄະນະຮັບຜິດຊອບກຳນົດອອກປະຈຳອາທິດ ໃນນັ້ນ: 01 ອາທິດຮຽນ 05 ວັນຄື: ວັນຈັນ-ວັນສຸກ, ວັນໜຶ່ງຮຽນ 02 ຕອນ, ຕອນເຊົ້າເລີ່ມ 7:30-11:30 ໂມງຕອນບ່າຍ 13:30 – 16:00 ໂມງ. ການຄົ້ນຄວ້າຮໍ່າຮຽນຂອງນັກສຳມະນາກອນແຕ່ລະຄົນໄດ້ຕັ້ງໜ້າຂື້ນຫ້ອງຮັບຟັງການບັນຍາຍຂອງນັກວິທະຍາກອນ, ມີການກວດກາ-ປະເມີນໃຫ້ຄະແນນ ເຊິ່ງສາມາດຈັດປະເພດໄດ້ ດັ່ງນີ້:

+ ປະເພດດີ 18 ທ່ານເທົ່າກັບ 46,15 %, ປະເພດດີຫຼາຍ 21 ທ່ານເທົ່າກັບ 53,84% ຈາກນັ້ນໄດ້ມີການມອບ-ຮັບໃບຢັ້ງຢືນໃຫ້ສຳມະນາກອນຕື່ມອີກ.

ໂອກາດດັ່ງກ່າວ ທ່ານ ຄຳສິງ ສຸດທິດາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົງຄອງເມືອງວຽງຄຳ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ຊຶ່ງໄດ້ຍ້ອງຍໍຊົມເຊີຍຕໍ່ສຳມະນາກອນທັງໝົດໃນການຕັດສິນໃຈເຂົ້າຮ່ວມການຝຶກອົບຮົມເທື່ອນີ້ ເປັນຕົ້ນແມ່ນ ສ້າງສະຕິຕື່ນຕົວເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ແກ່ພະນັກງານ-ລັດຖະກອນ, ຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນບັນດາເຜົ່າ ຢູ່ຂອບເຂດບ້ານໃຫ້ສູງຂຶ້ນ, ເຮັດໃຫ້ວຽກງານຍຸ ຕິທໍາກາຍເປັນຂະບວນການຂອງມະຫາຊົນ, ເສີມສ້າງຄວາມສາມັກຄີເປັນເອກະພາບ ລະຫວ່າງປະຊາຊົນບັນດາເຜົ່າ ບົນພື້ນຖານລະບຽບກົດໝາຍ, ສ້າງ ແລະ ປັບປຸງແບບແຜນຄຸ້ມຄອງບໍລິຫານລັດ ແລະ ຄຸ້ມຄອງສັງຄົມ ໃຫ້ໄປຕາມລະບຽບກົດໝາຍ. ນອກນີ້ ຍັງເປັນການສ້າງບຸກຄະລາກອນໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ກຳ  ແໜ້ນດ້ານກົດໝາຍ ຫຼາຍຂຶ້ນກວ່າເກົ່າ ໃຫ້ກາຍເປັນສັງຄົມທີ່ປົກຄອງດ້ວຍກົດໝາຍ,

ພາບ-ຂ່າວ: ທ. ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມ ເມືອງວຽງຄຳ.

ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa