ຊາວພຸດທະສາສະນິກະຊົນ ນະຄອນ-ຫຼວງພະບາງ ຮ່ວມເຮັດບຸນໃສ່ບາດຕາມປະເພນີບຸນເຂົ້າພັນສາ

ຊາວພຸດທະສາສະນິກະຊົນ ນະຄອນ-ຫຼວງພະບາງ ຮ່ວມເຮັດບຸນໃສ່ບາດຕາມປະເພນີບຸນເຂົ້າພັນສາ

ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຂອງທຸກປີ ແມ່ນເປັນມື້ບຸນເຂົ້າພັນສາ ບຸນປະເພນີ ທີ່ມີຄວາມໝາຍ-ຄວາມສຳຄັນ ທາງສາສະໜາຂອງຊາວພຸດ ທັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີລາວ ທີ່ຊາວພຸດທະສາສະນິກະຊົນ ພ້ອມກັນສືບທອດ ແລະປະຕິບັດກັນມາຮອດປັດຈຸບັນ.

ສະເພາະປີນີ້ກົງກັບວັນພຸດວັນທີ 29 ກໍລະກົດ 2026, ເຊີ່ງຊາວພຸດທະສາສະນິກະຊົນ ພາຍໃນແຂວງຫຼວງພະບາງ ລວມທັງແຂກພາຍໃນ ແລະຕ່າງປະເທດ ຕ່າງກໍ່ຮ່ວມເຮັດບຸນໃສ່ບາດຕາມແຄມເສັ້ນທາງພາຍໃນເທດສະບານແຂວງ ແລະຕາມວັດວາອາຣາມແຕ່ລະແຫ່ງ, ຈາກນັ້ນ, ໄດ້ຮ່ວມເຮັດບຸນຖວາຍຜ້າອາບນ້ຳຝົນ, ທຽນຈຳພັນສາ, ພັດຕາຫານ ແລະເຄື່ອງວັດຖຸທານຕາມປະເພນີ.

ບຸນເຂົ້າພັນສາ ເປັນບຸນປະເພນີຂອງຊາດລາວ ສືບທອດກັນມາແຕ່ສະໄໝພຸດທະການ, ເຊີ່ງເປັນສະໄໝທີ່ພະພຸດທະເຈົ້າຍັງດຳລົງພະຊົນຢູ່ ໂດຍບໍ່ມີການກຳນົດການຈຳພັນສາໃນມື້ເຂົ້າພັນສາ. ພະສົງຈຶ່ງເດີນທາງໄປ-ມາ ຕາມປົກກະຕິ ອັນເປັນເຫດໃຫ້ເກີດບັນຫາເຮັດໃຫ້ພືດພັນ ທັນຍາຫານ ໃນໄຮ່ນາ ຮົ້ວສວນ ຂອງຊາວບ້ານທີ່ປູກໄວ້ໃນລະດູຝົນ ລວມທັງສັດສາວາສີ່ງນ້ອຍ-ໃຫຍ່ ທີ່ອອກຫາກິນຕາມພື້ນດິນ ໄດ້ຮັບຄວາມເສຍຫາຍ, ບາດເຈັບ ແລະລົ້ມຕາຍ, ສ້າງຄວາມຫຍຸ້ງຍາກໃຫ້ຊາວບ້ານ ຢ່າງຫຼວງຫຼາຍ.

ເມື່ອພະພຸດທະເຈົ້າຊົງຮູ້ເລື່ອງ, ຈຶ່ງໄດ້ບັນຍັດເລື່ອງການຈຳພັນສາຂອງພະສົງ ຄື: ເມື່ອຮອດລະດູຝົນ ໃຫ້ພະສົງຈຳພັນສາຢູ່ບ່ອນໃດບ່ອນໜຶ່ງ ເປັນໄລຍະເວລາ 3 ເດືອນ ເວັ້ນແຕ່ກໍລະນີຈຳເປັນ ຕາມທີ່ພະວິໄນກຳນົດ, ນັບແຕ່ນັ້ນມາ ການຈຳພັນສາຈຶ່ງກາຍເປັນພະວິໄນ ແລະສືບທອດ ແລະປະຕິບັດມາຈົນເຖິງປັດຈຸບັນ. ບຸນເຂົ້າພັນສາ ມີຄວາມໝາຍ-ຄວາມສຳຄັນຄື: ໃນວາລະການຂອງການເຂົ້າພັນສາ ແມ່ນກົງກັບລະດູກະສິກຳ ປະຊາຊົນຈະປູກໝາກໄມ້, ພືດຜົນທັນຍາຫານ ແລະພະສົງຢູ່ຈຳພັນສາ ຈະມີການສຶກສາພະທໍາວິໄນ ຕາມຄຳສອນຂອງພະພຸດທະເຈົ້າ.

ສ່ວນພຸດທະສາສະນິກະຊົນ ກໍຖືໂອກາດໄປໄຫວ້ພະສູດມົນ, ຮັກສາສິນ, ຈະເລີນເມດຕາພາວະນາ, ເຮັດບຸນບຳເພັນກຸສົນ ນຳພະສົງ-ສາມະເນນ. ພ້ອມນັ້ນ, ໃນມື້ເຂົ້າພັນສາຢູ່ຕາມວັດວາອາຣາມແຕ່ລະແຫ່ງ ຈະມີກິດຈະກຳຫຼາຍຢ່າງ ເຊັ່ນ: ຖວາຍທຽນຈຳພັນສາ, ຜ້າອາບນ້ຳຝົນ, ຕົ້ນກາລະພຶກ ແລະເຄື່ອງວັດຖຸທານ, ໃສ່ບາດແດ່ພະສົງ ແລະຟັງເທສະໜາ ກ່ຽວກັບຄວາມເປັນມາ, ຄວາມສຳຄັນວັນບຸນເຂົ້າພັນສາ, ມີການໄຫວ້ພະສຸດມົນ, ຮັກສາສິນ-ປະຕິບັດທໍາ ແລະວຽນທຽນບູຊາພະຣັດຕະນະໄຕຣ. ພ້ອມນັ້ນ, ຕະຫຼອດໄລຍະພັນສາ 3 ເດືອນ ຢູ່ພາຍໃນວັດວາອາຮາມ ຈະມີການນຳພາຍາດໂຍມໄຫວ້ພະ, ຮັກສາສິນ ປະຕິບັດທໍາທຸກວັນສິນນ້ອຍ 8 ຄ່ຳ ແລະວັນສິນໃຫຍ່ 15 ຄ່ຳ ຕື່ມອີກ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa