ເມືອງວຽງຄຳ ແຂວງຫຼວງພະບາງ ຈັດພິທີ ປາຖະກະຖາ 4 ວັນປະຫວັດສາດທີ່ສໍາຄັນຂອງພັກ-ຂອງຊາດ

ເມືອງວຽງຄຳ ແຂວງຫຼວງພະບາງ

ຈັດພິທີ ປາຖະກະຖາ 4 ວັນປະຫວັດສາດທີ່ສໍາຄັນຂອງພັກ-ຂອງຊາດ

ໃນລະຫວ່າກາງເດືອນ ສິງຫາ 2026 ຜ່ານມານີ້ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ, ວັນລັດຖະທຳມະນູນຄົບຮອບ 35 ປີ, ວັນຢຶດອຳນາດທົ່ວປະເທດຄົບຮອບ 51 ແລະ ຄົບຮອບ 81 ປີ, ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ ຂຶ້ນຢູ່ທີ່ ສະໂມສອນໃຫຍ່ຂອງເມືອງ ເປັນກຽດເຂົ້າຮ່ວມພິທີ ໂດຍທ່ານ ວັນໂຈຍ ວາຊົວລີ  ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວຫນ້າຄະນະຈັດຕັ້ງເມືອງ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວໜ້າ-ຮອງຫົວໜ້າ ກອງບັນຊາການ ປກຊ-ປກສ ເມືອງຫົວຫນ້າ-ຮອງຫົວຫນ້າຫ້ອງການ, ພະນັກງານ-ລັດຖະກອນ ແລະ ຄະນະບ້ານ 5 ບ້ານ ພາຍໃນເມືອງເຂົ້າຮ່ວມ.

ໃນພິທີ ບັນດາທ່ານຄະນະນໍາຂອງເມືອງໄດ້ຜັດປ່ຽນກັນຂື້ນປາຖະກະຖາ 4 ວັນປະຫວັດສາດ ທີ່ສໍາຄັນຂອງພັກ-ຂອງຊາດ ພ້ອມທັງໄດ້ຍົກໃຫ້ເຫັນການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ, ໂດຍຜ່ານ 3 ໄລຍະຂອງແນວລາວສ້າງຊາດ ທີ່ມີມູນເຊື້ອ, ຜົນງານພົ້ນເດັ່ນເປັນຕົ້ນ ໄລຍະແນວລາວອິດສະຫຼະ, ໄລ ຍະແນວລາວຮັກຊາດ ແລະ ໄລຍະແນວລາວສ້າງຊາດ; ທຸກໄລຍະແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງແນວລາວສ້າງຊາດ ພັກໄດ້ຄົ້ນພົບ ແລະ ຮັບຮູ້ມູນເຊື້ອທີ່ເປັນພື້ນຖານ ແລະ ສະຫງ່າງາມຂອງແນວລາວສ້າງຊາດ, ເປັນຄັນທຸງເຕົ້າໂຮມຂະບວນການຕໍ່ສູ້ຂອງປະຊາຊົນບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ນັກຮັກຊາດ, ຮັກເອກະລາດ ແລະ ອິດສະຫຼະ ພາບ; ເປັນແກນກາງຂອງແນວໂຮມເອກະພາບແຫ່ງຊາດ, ເຕົ້າໂຮມຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນ; ແນວລາວສ້າງຊາດຍັງສືບຕໍ່ດຳລົງບົດບາດເປັນຫຼັກແຫຼ່ງແນວໂຮມໂດຍພາຍໃຕ້ການນຳພາຂອງພັກ ຊຶ່ງແນວລາວໃນໄລຍະ ໃໝ່ແມ່ນການສ້າງມະຫາສາມັກຄີຂອງປວງຊົນລາວທັງຊາດ ແລະ ການເຕົ້າໂຮມກໍາລັງແຮງພັດທະນາປະເທດຊາດ, ເປັນບ່ອນສຶກສາອົບຮົມປະຊາຊົນຊັ້ນຄົນຕ່າງໆ, ພີ່ນ້ອງລາວຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສັງຄົມ ເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກ ແລະ ສືບຕໍ່ເສີມຂະ ຫຍາຍມູນເຊື້ອຂອງແນວລາວສ້າງຊາດເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະໃໝ່; ຍົກໃຫ້ເຫັນຄວາມໝາຍສໍາຄັນ ຂອງວັນປະກາດໃຊ້ລັດຖະທຳມະນູນ ເພາະວ່າລັດຖະທໍາມະນູນເປັນກົດໝາຍພື້ນຖານຂອງຊາດ, ເປັນແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກປະຊາຊົນປະຕິວັດລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນໍ້າໃຈຮັກຊາດ, ຮັກລະບອບໃໝ່ ເພີ່ມທະວີຄວາມສາມັກຄີປວງຊົນ, ແນ່ໃສ່ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ;  ຍົກໃຫ້ເຫັນເຖິງປະຫວັດ, ມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນ ຂອງວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ, ສື່ມວນຊົນລາວຍາມໃດກໍໄດ້ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງໃນການນໍາພາຫາງສຽງສັງຄົມ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ປະຊາຊົນຢ່າງຖືກຕ້ອງ-ວອງໄວ, ເປັນລະບົບ ແລະ ຕໍ່ເນື່ອງ.

ການປາຖະກະຖາຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ໄດ້ຫວນຄືນເຖິງມູນ ເຊື້ອ ແລະ ປະຫວັດຄວາມເປັນມາວັນສໍາຄັນຂອງພັກ-ຂອງຊາດ, ເພື່ອນໍາເອົາມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນໄປ ໜູນໃຊ້ເຂົ້າໃນການດໍາລົງຊີວິດ ແລະ ການປະຕິບັດໜ້າທີ່ວຽກງານຂອງຕົນຮັບຜິດຊອບໃຫ້ຜົນສໍາເລັດ ແລະ ນັບມື້ມີຄວາມກ້າວໜ້າຂື້ນເລື້ອຍໆ.

ຂ່າວ: ທ. ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa