ຂະບວນທັດສະນະສຶກສາ ຫົວຂໍ້: “ການທ່ອງທ່ຽວແບບອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ”

ສະມາຄົມນັກຂ່າວລາວ ຮ່ວມກັບ ອົງການແຄຣ໌ ນານາຊາດ ປະຈຳລາວ ຈັດຂະບວນທັດສະນະສຶກສາ ຫົວຂໍ້: “ການທ່ອງທ່ຽວແບບອະນຸລັກ ໂດຍຊຸມຊົນມີສ່ວນຮ່ວມ” ໃຫ້ແກ່ນັກຂ່າວ 26 ທ່ານ ຈາກ 8 ແຂວງພາກເຫນືອ ແລະ ຜູ້ນຳໃຊ້ສື່ອອນລາຍທົ່ວໄປ 9 ທ່ານ ພາຍໃຕ້ໂຄງການແກມຊິວ (GAMCIL) ທີ່ແຂວງຫລວງພະບາງ.

ໃນວັນທີ 18 ສິງຫາ 2026 ນີ້ ໂດຍການນຳພາຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວລາວ, ທ່ານ ບຸນໄຫຼ ດວງເດືອນ ຮອງຫົວຫນ້າໂຄສະນາອົບຮົມ ແຂວງຫຼວງພະບາງ, ທ່ານ ນາງ ບົວຄຳ ດວງປັນຍາ ຫົວຫນ້າໂຄງການ GAMCIL, ທ່ານ ແສງດາລາ ສຸລິນທອນ ຫົວຫນ້າໂຄງການ ECPP .

ຂະບວນທັດສະນະສຶກສາ ໄດ້ເດີນທາງໄປເຄື່ອນໄຫວຢູ່ 2 ຈຸດຫລັກ ທີ່ແຂວງຫລວງພະບາງຄື: ໂຄງການສົ່ງເສີມຕາຫນ່າງສັດຕະວະແພດ ໃນຮູບແບບທຸລະກິດ (ECPP) ຢູ່ບ້ານຫົວແກ້ງ, ເມືອງ ປາກແຊງ ແຂວງຫຼວງພະບາງ. ຜ່ານການລົງພື້ນທີ່ຕົວຈິງຢູ່ທີ່ນັ້ນ ທີມງານສື່ມວນຊົນ ໄດ້ເຫັນວິທີການລ້ຽງສັດດ້ວຍກ້ອນແຮ່ທາດທີ່ສາມາດຄວບຄຸມທາດອາຍພິດເຮືອນແກ້ວ ແລະ ສຳພາດສົດກັບສັດຕະວະແພດ ທີ່ໄດ້ຮັບການຍົກລະດັບຄວາມສາມາດ ເພື່ອໃຫ້ການບໍລິການປິ່ນປົວສັດ, ຫລຸດຜ່ອນການຕາຍຂອງສັດຈາກພະຍາດລະບາດ ແລະ ໃຫ້ຄຳແນະນຳແກ່ຊາວບ້ານຢ່າງທົ່ວເຖິງ.

ພ້ອມນີ້ ຍັງມີຊາວບ້ານທີ່ເປັນຄອບຄົວຕົວແບບ ທີ່ໄດ້ມາແບ່ງປັນບົດຮຽນຄວາມປ່ຽນແປງຫລັງຈາກໄດ້ຮັບການສະຫນັບສະ ຫນູນຈາກໂຄງການ ECPPN. ຈາກນັ້ນ ກໍ່ຍັງໄດ້ໄປສູນຫັດຖະກຳ ອອກພົບຕົກ (Ock Pop Tok): ຮຽນຮູ້ກ່ຽວກັບການສົ່ງເສີມອາຊີບຫັດຖະກຳຕໍ່າຫູກພື້ນເມືອງ ທີ່ສ້າງລາຍຮັບເສີມໃຫ້ກັບແມ່ຍິງທ້ອງຖິ່ນ ເຊິ່ງເປັນອີກຫນຶ່ງຕົວຢ່າງຂອງການພັດທະນາເສດຖະກິດແບບຍືນຍົງ ແລະ ກົມກືນກັບທຳມະຊາດ.


ການທັດສະນະສຶກສາໃນຄັ້ງນີ້, ໂຄງການ GAMCIL ມີຈຸດປະສົງໃຫ້ຜູ້ເຂົ້າຮ່ວມທຸກຄົນ ໄດ້ເຫັນພາບ-ເຂົ້າໃຈ ການພັດທະນາສີຂຽວ ເຊິ່ງບົດຮຽນ ແລະ ມຸມມອງເຫຼົ່ານີ້ ຈະເປັນຂົວຕໍ່ສຳຄັນ ໃຫ້ບັນດາສື່ມວນຊົນ ນຳໄປຕໍ່ຍອດຜະລິດເນື້ອຫາສ້າງສັນ ເພື່ອສ່ອງແສງ ແລະ ຜັນຂະຫຍາຍວຽກງານການພັດທະນາສີຂຽວ ຂອງ ສປປ ລາວ ໃຫ້ເຂົ້າເຖິງກຸ່ມຄົນໃນວົງກວ້າງຍິ່ງໆຂຶ້ນໄປ.
ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ