ປະຊາຊົນ 5 ບ້ານທີ່ປະສົບໄພນ້ຳຖ້ວມຢູ່ ເມືອງນານ ໄດ້ຮັບເຄື່ອງບັນເທົາທຸກ

ປະຊາຊົນ 5 ບ້ານທີ່ປະສົບໄພນ້ຳຖ້ວມຢູ່ ເມືອງນານ ໄດ້ຮັບເຄື່ອງບັນເທົາທຸກ

ຕອນບ່າຍວັນທີ 21 ສີງຫາ 2026 ນີ້ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ພ້ອມດ້ວຍຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຢ້ຽມຢາມ ແລະມອບເຄື່ອງຊ່ວຍ ເຫຼືອໃຫ້ປະຊາຊົນ ທີ່ປະສົບຜົນເສຍຫາຍຈາກໄພນ້ຳຖ້ວມ ໃນຈຳນວນ 5 ບ້ານ ຢູ່ເມືອງນານ ໃນນັ້ນ 2 ບ້ານ ນໍ້າຖ້ວມເຮືອນປະກອບມີ: ບ້ານສີບຸນເຮືອງ, ບ້ານນາເລົາ, ບ້ານດິນເຈື່ອນ ປະກອບມີ 3 ບ້ານ: ບ້ານ ໂພນໄຊ, ບ້ານເມືອງໃຫຍ່ ແລະບ້ານກາງ. ການຊ່ວຍເຫຼືອຄັ້ງມີມີເຄື່ອງອຸປະໂພກ-ບໍລິໂພກ ແລະເງິນສົດ ລວມມູນຄ່າ 91,336,000 ກີບ ເພື່ອບັນເທົາທຸກໃນເບື້ອງຕົ້ນ ແລະ ສະໜັບສະໜູນການຟື້ນຟູຊີວິດການເປັນຢູ່.

ໂອກາດນີ້, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ໄດ້ຕາງໜ້າໃຫ້ການນຳແຂວງ ສະແດງຄວາມຫ່ວງໃຍຕໍ່ຊີວິດ ແລະການເປັນຢູ່ຂອງປະຊາຊົນ ພ້ອມທັງເນັ້ນໃຫ້ການນຳເມືອງ, ອົງການປົກຄອງບ້ານ ແລະ ທຸກພາກສ່ວນ ເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອຮ່ວມກັນຜ່ານພົ້ນວິກິດການຄັ້ງນີ້ໄປໃຫ້ໄດ້ໂດຍດີ. ພ້ອມທັງເນັ້ນໃຫ້ເລັ່ງຟື້ນຟູຊີວິດການເປັນຢູ່ ແລະພື້ນທີ່ການຜະລິດ ໃຫ້ປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ, ຄວບຄູ່ກັບການເອົາໃຈໃສ່ດ້ານສຸຂະອະນາໄມ, ນ້ຳສະອາດ ແລະ ການປ້ອງກັນພະຍາດລະບາດ ທີ່ອາດເກີດຂຶ້ນພາຍຫຼັງນ້ຳຖ້ວມ.

ເຫດການນ້ຳຖ້ວມຄັ້ງນີ້ ເກີດຂື້ນໃນເວລາປະມານ 2 ໂມງເຊົ້າ ຂອງວັນທີ 19 ສິງຫາ 2026 ເນື່ອງຈາກຝົນຕົກໜັກ ເຮັດໃຫ້ນ້ຳນານເພີ່ມສູງຂຶ້ນຢ່າງໄວວາ ແລະໄຫຼເຂົ້າຖ້ວມເຮືອນຂອງປະຊາຊົນ, ຕາມການເກັບກຳຂໍ້ມູນເບື້ອງຕົ້ນລະບຸວ່າ ມີຄອບຄົວຖືກຜົນກະທົບລວມ 122 ຄອບຄົວ, ປະຊາກອນ 574 ຄົນ, ເປັນຍິງ 244 ຄົນ, ໃນນັ້ນ, ບ້ານນາເລົາ ມີ 5 ຄອບຄົວ ໄດ້ຮັບຜົນເສຍຫາຍ, ສ່ວນບ້ານສີບຸນເຮືອງ 30 ຄອບຄົວ, ສຳລັບດ້ານກະສິກຳ, ມີເນື້ອທີ່ນາເສຍຫາຍຫລາຍກວ່າ 14 ເຮັກຕາ ແລະເນື້ອທີ່ສວນມັນຕົ້ນເສຍຫາຍ ຫລາຍກວ່າ 1 ເຮັກຕາ, ສ່ວນເນື້ອທີ່ນາທີ່ຖືກຜົນກະທົບ ພວມຢູ່ໃນຂັ້ນຕອນສຳຫຼວດ ແລະສັງລວມຂໍ້ມູນ.

ປັດຈຸບັນ, ປະຊາຊົນທີ່ຖືກຜົນກະທົບ ຍັງມີຄວາມຕ້ອງການຄວາມຊ່ວຍເຫຼືອຮີບດ່ວນ ໂດຍສະເພາະ ເຂົ້າ ສານ, ອາຫານແຫ້ງ, ນ້ຳດື່ມ, ເຄື່ອງຄົວເຮືອນ, ເຄື່ອງນອນ ລວມເຖິງສັງກະສີ ແລະເຫຼັກຕະປູ ເພື່ອຊ່ວຍສ້ອມແປງເຮືອນທີ່ຖືກດິນເຈື່ອນຖົມ, ເຊີ່ງພາກສ່ວນທີ່ກ່ຽວຂ້ອງຂອງເມືອງນານ ກຳລັງສືບຕໍ່ຕິດຕາມ, ສຳຫຼວດ ແລະເກັບກຳຂໍ້ມູນຜົນເສຍຫາຍຢ່າງລະອຽດ ພ້ອມທັງສືບຕໍ່ຊ່ວຍເຫຼືອຄອບຄົວທີ່ປະສົບໄພ ແລະເລັ່ງຟື້ນຟູພື້ນທີ່ການຜະລິດ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa