ເປີດຊຸດອົບຮົມໃຫ້ເປົ້າໝາຍຂະຫຍາຍພັກ ຊຸດທີ I ຢູ່ເມືອງຈອມເພັດ

ເປີດຊຸດອົບຮົມໃຫ້ເປົ້າໝາຍຂະຫຍາຍພັກ ຊຸດທີ I ຢູ່ເມືອງຈອມເພັດ

ວັນທີ 27 ສິງຫາ 2026 ນີ້, ຄະນະໂຄສະນາອົບຮົມເມືອງຈອມເພັດ ໄດ້ຈັດພິທີເປີດຊຸດອົບຮົມຮໍ່າຮຽນເອ ກະສານສະໜັບສະໜູນໃຫ້ບັນດາເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ I ຂຶ້ນຢູ່ທີ່ສູນຝຶກອົບຮົມ ຂອງເມືອງຈອມເພັດ.

ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານເປີດໃນຄັ້ງນີ້ໂດຍ ສະຫາຍ ນາງ ລັດຕະນາ ມາໄລເພັດ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ມະຫາຊົນຜູ້ກ່າວໜ້າເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ມີຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮໍ່າຮຽນ, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນເອກະສານສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກ ຂອງອົງການພັກໃນແຕ່ລະຂັ້ນ. ໂດຍສະເພາະແມ່ນແນວທາງ, ຫຼັກການ, ມາດຕະ ຖານ ແລະ ເງື່ອນໄຂຕ່າງໆ,  ການສ້າງພັກໃຫ້ມີຄວາມເຂັ້ມແຂງ ທັງດ້ານການເມືອງ, ແນວຄິດ ແລະ ອົງການຈັດຕັ້ງ.

ໃນໂອກາດດັ່ງກ່າວ, ປະທານໄດ້ເຜີຍແຜ່ຮໍ່າຮຽນເອກະສານ ແລະ ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມອົບຮົມ ຈົ່ງຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ເອົາໃຈໃສ່ບັນທຶກຢ່າງຈິງຈັງ ແລະ ນຳເອົາເນື້ອໃນທີ່ໄດ້ຮັບການອົບຮົມໄປຈັດຕັ້ງຜັນຂະຫຍາຍຢູ່ໜ່ວຍພັກຂອງຕົນໃຫ້ເກີດດອກອອກຜົນ. ພ້ອມທັງປະກອບສ່ວນເຂົ້າໃນການຄັດເລືອກ ແລະ ຂະຫຍາຍສະມາຊິກພັກໃໝ່ໃຫ້ມີທັງປະລິມານ ແລະ ຄຸນນະພາບ, ເພື່ອຕອບສະໜອງໃຫ້ທັນກັບພາລະກິດໃນຂັ້ນຕອນໃໝ່.

ການອົບຮົມຮໍ່າຮຽນໃນຊຸດທີ I ນີ້, ຈະດຳເນີນໄປເປັນເວລາ 1 ວັນ. ມີຜູ້ເຂົ້າຮ່ວມທັງໝົດ 27 ສະຫາຍ, ຍິງ 11 ສະຫາຍ, ມາຈາກບັນດາໜ່ວຍພັກສໍານັກງານ-ອົງການ, ຮາກຖານບ້ານ ພາຍໃນເມືອງຈອມເພັດ.

ພາຍຫຼັງສຳເລັດຊຸດອົບຮົມຄັ້ງນີ້ ກໍ່ໄດ້ມີການມອບໃບຢັ້ງຢືນໃຫ້ແກ່ມະຫາຊົນຜູ້ກ້າວໜ້າຕື່ມອີກ. ຈາກນັ້ນ, ສະ ຫາຍ ນາງ ລັດຕະນາ ມາໄລເພັດ ຍັງໄດ້ມີຄໍາເຫັນໂອ້ລົມ ຕໍ່ບັ້ນຝຶກອົບຮົມຄັ້ງນີ້ ວ່າ: ການຂະຫຍາຍພັກ ແມ່ນໜຶ່ງໃນພາ ລະກິດຍຸດທະສາດທີ່ສຳຄັນຂອງອົງການພັກເຮົາ. ເພື່ອເຮັດໃຫ້ພັກເຮົາມີຄວາມເຂັ້ມແຂງ, ມີການສືບທອດລຸ້ນຕໍ່ລຸ້ນ ແລະ ມີກຳລັງພຽງພໍໃນການນຳພາປະເທດຊາດກ້າວໄປສູ່ເປົ້າໝາຍ ທີ່ພັກໄດ້ວາງໄວ້.

ດັ່ງນັ້ນ, ການຈັດຊຸດອົບຮົມຮໍ່າຮຽນເອກະສານໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສຳຄັນຫຼາຍ. ໂດຍມີຈຸດປະສົງຕົ້ນຕໍ 3 ຢ່າງຄື:

  1. ເພື່ອຍົກສູງຄວາມຮູ້ຄວາມເຂົ້າໃຈໃຫ້ສະຫາຍໄດ້ເຂົ້າໃຈຢ່າງຖືກຕ້ອງ, ຮອບດ້ານ ກ່ຽວກັບຫຼັກການ, ເງື່ອນ ໄຂ ແລະ ຂັ້ນຕອນ ໃນການຮັບສະມາຊິກພັກໃໝ່.
  2. ເພື່ອຍົກສູງຄວາມຮັບຜິດຊອບໃຫ້ສະຫາຍເຮັດໜ້າທີ່ຂອງຕົນ ແລະ ຄັດເລືອກບຸກຄົນທີ່ດີເດັ່ນ ເຂົ້າມາຢູ່ໃນແຖວຂອງພັກ.
  3. ເພື່ອສ້າງຄວາມເປັນເອກະພາບ: ໃຫ້ການຈັດຕັ້ງປະຕິບັດວຽກງານຂະຫຍາຍພັກຂອງເມືອງເຮົາ ເປັນໄປຢ່າງເປັນເອກະພາບ ແລະ ມີຄຸນນະພາບ.

ຂ່າວ-ພາບ ໂດຍ:ທ. ສຸກ ສຸນິໄຊ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa